Vientiane Times Lao
ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 500.000 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນມາຮອດລາວແລ້ວ

ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 500.000 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນມາຮອດລາວແລ້ວ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 500.000 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນມາຮອດລາວແລ້ວໃນມື້ວັນທີ 14 ມິຖຸນາ 2021 ທີ່ຜ່ານມານີ້ ໂດຍຈະມີພິທີມອບຮັບວັກວີນດັ່ງກ່າວຢ່າງເປັນທາງການໃນມື້ວັນທີ 15 ມິຖຸນາ 2021 ນີ້ ທີ່ກະຊວງສາທາລະນະສຸກ.
ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຄັ້ງ ທີ 4 ທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອວັກຊິນແກ່ລາວ ຊຶ່ງລວມແລ້ວມີຈໍານວນທັງໝົດ 1,9 ລ້ານໂດສ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ວັກຊິນຈໍານວນດັ່ງກ່າວນີ້ ຈະເລີ່ມສັກໃຫ້ປະຊາຊົນເຂັມທໍາອິດ ຮອບທີ 2 ຢູ່ພາຍໃນນະຄອນຫຼວງວຽງຈັນນັບແຕ່ມື້ວັນທີ 15 ມິຖຸນານີ້ເປັນຕົ້ນໄປ ແລະ ຈໍານວນໜຶ່ງຈະສົ່ງໄປໃຫ້ຕ່າງແຂວງພາຍໃນອາທິດນີ້. ມາຮອດປະຈຸບັນ, ສປປ ລາວ ມີຜູ້ໄດ້ສັກວັກຊີນເຂັມທໍາອິດແລ້ວ 712.279 ຄົນ ແລະ ສັກເຂັມທີ່ສອງແລ້ວຈໍານວນ 385.921 ຄົນ.

Related Articles

Leave a Reply