Vientiane Times Lao
ວັດ ແລະ ພຮະເຈົ້າອົງຕື້ ເປັນມໍລະດົກແຫ່ງຊາດ

ວັດ ແລະ ພຮະເຈົ້າອົງຕື້ ເປັນມໍລະດົກແຫ່ງຊາດ

ວັດ ແລະ ພຮະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນໄດ້ກາຍເປັນມໍລະດົກແຫ່ງຊາດ ທາງດ້ານວັດທະນະທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນໂດຍມີພິທີປະກາດຮັບຮອງ ເມື່ອມໍ່ໆມານີ້ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ ແຂວງຫົວພັນ, ທ່ານ ອ່ອນພັນ ທອງທິດາ ເລຂາພັກເມືອງຊໍາເໜືອ ມີບັນດາການນໍາແຂວງ, ເມືອງ, ພະສົງ-ສາມະເນນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ວັດພຮະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊຳເໜືອ ເປັນວັດທີ່ເກົ່າແກ່ ຊຶ່ງເປັນສະຖານທີ່ປະດິດສະຖານຂອງພຣະເຈົ້າອົງຕື້ ແລະ ພຣະເຈົ້າອົງຫຼວງ ໃນອະດີດຈົນເຖິງປັດຈຸບັນ. ວັດດັ່ງກ່າວສ້າງຂຶ້ນໃນຊຸມປີ ພສ 2109 ໂດຍການນຳພາສ້າງຂອງອົງພຣະຫ້າວ ຊຶ່ງແມ່ນສະກຸນຊ່າງວຽງຈັນ ຈຸດປະສົງໃນການສ້າງວັດແຫ່ງນີ້ ເພື່ອເປັນຫຼັກບ້ານຫຼັກເມືອງ, ເປັນບ່ອນສັກກະລະບູຊາ ແລະ ເປັນສິ່ງທີຢັ້ງຍືນເຖິງຄວາມຈະເລີນຮຸ່ງເຮືອງ ທາງດ້ານວັດທະນະທຳຂອງອານາຈັກລາວລ້ານຊ້າງ ໃນເວລານັ້ນ. ວັດແຫ່ງນີ້ມີຮູບຊົງເອກະລັກ ພື້ນຖານສິລະປະລ້ານຊ້າງ, ກໍ່ດ້ວຍດິນຈີ່ ປູນປະທາຍ, ຫຼັງຄາສູງມີຫຼາຍຊັ້ນ, ມີການປະດັບດ້ວຍລວດລາຍແກະສະຫຼັກໄມ້ ແລະ ຮູບແຕ້ມຝາພະໜັງຕ່າງໆ ຖືໄດ້ວ່າເປັນວັດອີກແຫ່ງໜຶ່ງທີ່ມີຄວາມງົດງາມ ຢູ່ໃນເຂດແຄວ້ນແຂວງຫົວພັນ. ອົງພຣະຫ້າວ ໄດ້ມີຄວາມຄິດທີ່ຈະສືບຕໍ່ສ້າງພຣະພຸດທະຮູບອົງທອງ ຂຶ້ນເພື່ອປະດິດສະຖານໄວ້ຢູ່ວັດແຫ່ງນີ້ຕື່ມ ພຣະອົງຕື້ ບ້ານເຕື້ອມ ເປັນພະປາງມະຣະມີໄຊ ມີຄວາມສູງທັງໝົດຈາກແທ່ນພະ 227 ຊັງຕີແມັດ, ບ່າໄຫຼ່ກວ້າງ 85 ຊັງຕີແມັດ ແລະ ໜ້າຕັກກວ້າງ 122 ຊັງຕີແມັດ. ດ້ວຍຄວາມສຳຄັນເກົ່າແກ່ ແລະ ມີຄຸນຄ່າທາງປະຫວັດສາດ, ວັດທະນະທໍາ ຖືໄດ້ວ່າເປັນພຣະພຸດທະຮູບອົງໜຶ່ງ ທີ່ມີຄວາມເກົ່າແກ່ ແລະ ມີຊື່ສຽງ ຊຶ່ງໄດ້ສ້າງຂຶ້ນໃນປີ ພສ 2181 ໂດຍການນຳພາຂອງ ສົມເດັດສີສຸມັງ ຄະຣາປັນຍາ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານເຕື້ອມ, ສ່ວນສະຖານທີ່ຫຼໍ່ພຣະອົງຕື້ ບ້ານເຕື້ອມ ແຫ່ງນີ້ ແມ່ນຢູ່ບໍລິເວນທາງຫຼັງວັດ, ພາຍຫຼັງທີ່ມີການຫຼໍ່ສຳເລັດແລ້ວ ເຫັນວ່າພຣະອົງດັ່ງກ່າວໄດ້ມີອົງປະກອບ ແລະ ຮູບຊົງລັກສະນະທີ່ງົດງາມ ຕາມຈຸດປະສົງທີ່ຕ້ອງການແລ້ວ ຈຶ່ງໄດ້ທຳພິທີອັງເຊີນຂຶ້ນປະດິດສະຖານຢູ່ເທິງແທ່ນທີ່ອົງພະຫ້າວ ໄດ້ທຳການຫຼໍ່ເອົາໄວ້ແລ້ວກ່ອນໜ້າຢູ່ວັດແຫ່ງນີ້ ແລະ ໄດ້ຂຽນຈາລຶກໃສ່ແທ່ນອົງພຣະເຈົ້າອົງຕື້ ທີ່ມີເນື້ອໃນລະບຸເຖິງປີສ້າງ ພ້ອມດ້ວຍສັດທາສ້າງພະອົງຕື້ດັ່ງກ່າວ ແລະ ໄດ້ໃສ່ຊື່ວ່າພຣະເຈົ້າອົງຕື້ ບ້ານເຕື້ອມ ຈົນຮອດທຸກວັນນີ້.

ແຫຼ່ງຂ່າວ: ແຂວງຫົວພັນ

Related Articles

Leave a Reply