Vientiane Times Lao
ວິຖີຊີວິດຂອງຊົນເຜົ່າຕອງເຫຼືອງ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຢູ່ ບຸນກອງເຂົ້າໃຫຍ່ເມືອງພຽງ

ວິຖີຊີວິດຂອງຊົນເຜົ່າຕອງເຫຼືອງ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຢູ່ ບຸນກອງເຂົ້າໃຫຍ່ເມືອງພຽງ

ບຸນກອງເຂົ້າໃຫຍ່ເມືອງພຽງໄດ້ເປີດຢ່າງເປັນທາງການມື້ເຊົ້ານີ້ວັນທີ 9 ມັງກອນ 2020 ທີ່ ເມືອງພຽງ ແຂວງໄຊຍະບູລີ ໂດຍມີກ້ອນກຳ ລັງມວນຊົນ 4.000 ຄົນເຂົ້າຮ່ວມໂດຍມີຂະ ບວນແຫ່ກອງເຂົ້າ 9 ກອງ ແລະ ຂະບວນການສະແດງຂອງ 8 ຊົນເຜົ່າທີ່ດຳ ລົງຊີວິດຢູ່ເມືອງພຽງ.

ການເປີດຕະຫຼາດນັດ, ງານວາງສະແດງ ສິນຄ້າ ແລະ ການຄົບງັນຕ່າງໆໄດ້ຈັດຂຶ້ນໃນ ວັນທີ 7 ມັງກອນທີ່ຜ່ານມາ ແລະ ຈະສິ້ນສຸດ ໃນວັນທີ 12 ມັງກອນທີ່ຈະມາເຖິງ.

ພາຍໃນງານຈະມີການຕັ້ງກອງເຂົ້າໃຫຍ່ 9 ກອງ, ການສະແດງສິລະປະ-ວັນນະຄະດີ ຂອງຊົນເຜົ່າຕ່າງໆ, ຊົມວິຖີຊີວິດຂອງຊົນເຜົ່າຕອງເຫຼືອງ, ການຕໍາເຂົ້າ, ຟາດເຂົ້າ, ງານວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຊົນເຜົ່າ, ງານປະກວດນາງທິດາກອງເຂົ້າໃຫຍ່, ຄອນເສີດ, ກິລາຊົນເຜົ່າ, ປະກວດນັກຮ້ອງສຽງດີ, ການປະກວດອາຫານພື້ນເມືອງ, ພິທີທາງສາດສະໜາ ແລະ ອື່ນໆ.  

ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງ ໄຊຍະບູລີ ໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍ ມື້ເຊົ້ານີ້ວັນທີ 9 ມັງກອນ 2020 ວ່າ: ບຸນກອງເຂົ້າໃຫຍ່ເມືອງພຽງ ຖືວ່າເປັນບຸນປະເພນີທີ່ຈັດຂຶ້ນທຸກໆປີ ຍ້ອນວ່າເມືອງພຽງເປັນເມືອງທີ່ມີເນື້ອທີ່ຜະລິດເຂົ້າຫຼາຍກວ່າເມືອງອື່ນໆ ຢູ່ແຂວງ ໄຊຍະບູລີ ແລະ ເປັນກິດຈະກຳໜຶ່ງໃນຫຼາຍກິດຈະກຳເພື່ອດຶງດູດນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີ. ທຸກໆປີບຸນກອງເຂົ້າໃຫຍ່ເມືອງພຽງຈະມີ ການຕັ້ງກອງເຂົ້າ 9 ກອງ, ໃນນັ້ນຈະມີກອງເຂົ້າໃຫຍ່ກວ່າໝູ່ 1 ກອງ, ເຊິ່ງສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນເມືອງພຽງ ແລະ ອີກ 8 ກອງນ້ອຍໝາຍເຖິງ 8 ຊົນເຜົ່າທີ່ດຳລົງຊີວິດຢູ່ເມືອງພຽງ.

ຂ່າວ: ສົມພາວັນ

ພາບ: ເສດຖະກິດການຄ້າ

Related Articles

Leave a Reply