ຖືວ່າເປັນໂອກາດດີສຳລັບນັກຮຽນຈົບ ມ.7, ວິທະຍາໄລເຕັກນິກສັບພະວິຊາ ໄດ້ເປີດຮັບສະໝັກນັກສຶກສາໃໝ່ ແລະ ພິເສດ ເປີດຮຽນຟຣີ ສຳລັບ 6 ສາຂາວິຊາ, ໃນລະດັບການສຶກສາຊັ້ນສູງ.
6 ສາຂາວິຊາ ໃຫ້ຮຽນຟຣີ, ມີດັ່ງນີ້: ປະເມີນລາຄາຊັບສິນ ແລະ ທີ່ດິນ; ຊອກຄົ້ນ-ສຳຫຼວດແຮ່; ສິ່ງແວດລ້ອມອຸດສາຫະກຳ; ອຸດສາຫະກຳປຸງແຕ່ງແຮ່ທາດ; ວິສະວະກຳຂຸດຄົ້ນແຮ່ທາດ ແລະ ໄອທີພູມສັນຖານ.
ວິທະຍາໄລເຕັກນິກສັບພະວິຊາ ໄດ້ອອກແຈ້ງການ ເປີດຮັບສະໝັກໃຫ້ລົງທະບຽນ ຕັ້ງແຕ່ມື້ນີ້ ຈົນຮອດ 29 ສິງຫາ 2025.