ຄະນະສະເພາະກິດ ຢືນຢັນໃນຕອນບ່າຍມື້ນີ້ ພົບຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມອີກ 1 ຄົນ ລວມເປັນ 16 ຄົນ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9 ເມສາ 2020 ນີ້ວ່າ ໃນວັນທີ 8 ເມສາ 2020 ໄດ້ເກັບຕົວຢ່າງມາກວດ 122 ຄົນ, ໃນນີ້ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ມີ 73 ຄົນ, ຈາກ ບໍລິສັດພູເບ້ຍມາຍນິງ 42 ຄົນ, ແຮງງານລາວມາຈາກປະເທດໄທ 2 ຄົນ, ກໍລະນີສົງໄສ 5 ຄົນ, ໃນນີ້ ພົບຜູ້ຕິດເຊື້ອ 1 ຄົນ.
ສໍາລັບຜູ້ຕິດເຊື້ອ ຄົນທີ 16 ນີ້ ແມ່ນເພດຍິງ ອາຍຸ 23 ປີ, ນັກສຶກສາຢູ່ສະຖາບັນ ຣັຕນະ ບໍລິຫານທຸລະກິດ ນະຄອນຫຼວງວຽງຈັນ.
ປະຈຸບັນຜູ້ກ່ຽວຢູ່ ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໃນວັນທີ 26 ມີນາ 2020 ແມ່ນໄດ້ມີການຊຸມແຊວກັບ ຜູ້ຕິດເຊື້ອກໍລະນີທີ 10 (ພະນັກງານ DHL). ວັນທີ 27 ມີນາ 2020 ໄດ້ຮູ້ຂ່າວວ່າ ກໍລະນີທີ 10 ເຊິ່ງເປັນພະນັກງານ DHL ຕິດພະຍາດ ຈຶ່ງໄດ້ຈໍາກັດບໍລິເວນຕົນ ເອງຢູ່ຫ້ອງພັກ, ບໍ່ໄດ້ອອກໄປທາງໃດ ຈົນຮອດວັນທີ 6 ເມສາ 2020. ວັນທີ 7 ເມສາ 2020 ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ. ວັນທີ 8 ເມສາ 2020 ອາການລີ້ນຊາຫຼາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການ ຫາຍໃຈຝືດ, ຜູ້ກຽວໂທປຶກສາແພດ, ລົດນຳ ສົ່ງຄົນເຈັບໄດ້ຮັບໄປໂຮງໝໍມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າ ຕິດເຊື້ອ. ມີຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ 9 ຄົນ, ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳ ໃຫ້ຈໍາກັດບໍລິເວນຕົນເອງແລ້ວ.
ມາຮອດປະຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 16 ຄົນ ເພດຍິງ 8 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 13 ຄົນ ເປັນຊາວຕ່າງປະເທດ 1 ຄົນ ແລະ ຢູ່ນະຄອນຫຼວງພະບາງ 3 ຄົນ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ