ນັບມາຮອດວັນທີ 12 ເມສາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທັງໝົດ 19 ຄົນ ເພີ່ມໃໝ່ 1 ຄົນ ເປັນເພດຊາຍ ອາຊີບນັກສຶກສາ, ເຊິ່ງເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜູ້ທີ 16.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ວ່າ ໃນວັນທີ 11 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 46 ຄົນ, ເຊິ່ງຜົນກວດທັງໝົດແມ່ນພົບເຊື້ອ 01 ຄົນ, ເຊິ່ງແມ່ນຜູ້ສໍາຜັດໃກ້ຊິດກັບກໍລະນີທີ 16.
ປະຫວັດການເຄື່ອນໄຫວຂອງກໍລະນີທີ 19: ເພດຊາຍອາຍຸ 21 ປີ, ອາຊີບ: ນັກສຶກສາ, ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວໄດ້ພັກຢູ່ຫ້ອງດຽວກັນກັບຜູ້ຕິດເຊື້ອກໍລະນີທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020. ໃນຊ່ວງວັນທີ 29 ມີນາ ແລະ ວັນທີ 04 ເມສາ 2020 ໄດ້ມີການຊຸມແຊວກັນເປັນໄລຍະກັບໝູ່ຜູ້ຕິດເຊື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນທີ່ຂຶ້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນ ທີ່ຂຶ້ນກັບບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ທີມງານແພດໝໍ ໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ແນະນຳໃຫ້ໄປກວດຢູ່ໂຮງໝໍ, ມາຮອດວັນທີ 11 ເມສາ ຜູ້ກ່ຽວຈຶ່ງໄດ້ມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ-19 ແລະ ໄດ້ຮັບການເຂົ້ານອນປິ່ນປົວຢູ່ໂຮງໝໍ.
ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີທີ 19 ແມ່ນກຸ່ມຄົນດຽວກັນກັບ ກໍລະນີ 16, 17, 18 ລວມມີ 13 ຄົນ. ປະຈຸບັນ ໄດ້ເຂົ້ານອນຕິດຕາມຢູ່ໂຮງໝໍ 103.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ