ສປປ ລາວ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂຶ້ນໃນວັນທີ 10 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງບັນດາຜູ້ນໍາລະດັບສູງ ແລະ ຄະນະທູຕານຸທູດ.
ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານລາວ ແລະ ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ໃນນາມຕາງໜ້າອີຢູ ໄດ້ເປັນປະທານໃນງານສະເຫຼີມສະຫຼອງອັນສະຫງ່າລາສີດັ່ງກ່າວ ພ້ອມມີບັນດາຫົວໜ້າກົມ, ເອກອັກຄະລັດຖະທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນການຂຶ້ນໃຫ້ຄຳເຫັນ, ທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືທີ່ເຕີບໃຫຍ່ຢ່າງຕໍ່ເນື່ອງ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບນັບຖື ແລະ ຜົນປະໂຫຍດຮ່ວມກັນ.
ການຮ່ວມມືສອງຝ່າຍໄດ້ບັນລຸຜົນສໍາເລັດອັນໂດດເດັ່ນໃນຫຼາຍຂະແໜງ ເຊັ່ນ: ດ້ານການເມືອງ ການແລກປ່ຽນພົບປະຢ້ຽມຢາມຂອງຄະນະຜູ້ແທນລະດັບສູງໄດ້ສືບຕໍ່ສົ່ງເສີມສາຍພົວພັນທາງການເມືອງລະຫວ່າງສອງຝ່າຍ; ດ້ານເສດຖະກິດ ສອງຝ່າຍມີຄວາມພະຍາຍາມຢ່າງເຕັມທີ່ເພື່ອເພີ່ມມູນຄ່າການຄ້າ ແລະ ການລົງທຶນ ໂດຍການສົ່ງເສີມໃຫ້ນັກທຸລະກິດ ແລະ ນັກລົງທຶນມາສໍາຫຼວດໂອກາດໃນຂະແໜງການທີ່ມີທ່າແຮງ; ດ້ານວັດທະນະທໍາ-ສັງຄົມ ອີຢູໄດ້ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ; ການຮ່ວມມືຫຼາຍຝ່າຍ ໂດຍທັງສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນກອບອາຊຽນ ແລະ ສະຫະປະຊາຊາດ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ເນັ້ນຢໍ້າວ່າ ສະຫະພາບເອີຣົບ ເປັນໜຶ່ງໃນຄູ່ຮ່ວມມືພັດທະນາທີ່ສໍາຄັນທີ່ສຸດຂອງ ສປປ ລາວ ທີ່ມີບົດບາດສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.
ທ່ານໄດ້ຖືໂອກາດນີ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ອີຢູ ສໍາລັບການສະໜັບສະໜູນ ແລະ ຄວາມເອື້ອເຟື້ອເຜື່ອແຜ່ຕໍ່ລາວເປັນເວລາຫຼາຍກວ່າ 5 ທົດສະວັດທີ່ຜ່ານມາ.
ທ່ານ ລັດຖະມົນຕີ ໄດ້ຊົມເຊີຍການໝັ້ນໝາຍຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນລາວ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ໂດຍສະເພາະໃນຄວາມພະຍາຍາມພັດທະນາແບບຍືນຍົງ ແລະ ຮອບດ້ານ ເພື່ອຮັບປະກັນແຜນຍຸດທະສາດການຂ້າມຜ່ານມີຄວາມໂລ່ງລ່ຽນ ແລະ ປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້.
ງານສະເຫຼີມສະຫຼອງຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມໝັ້ນແໜ້ນຂອງສາຍພົວພັນລາວ-ອີຢູ ແລະ ຄວາມມຸ່ງໝັ້ນຮ່ວມກັນທີ່ຈະສືບຕໍ່ພັດທະນາການຮ່ວມມືໃນອະນາຄົດ.


