Vientiane Times Lao

ຖະແຫຼງການ ຂອງໂຄສົກກະຊວງການຕ່າງປະເທດ ຂອງ ສປປ ລາວ ຕໍ່ກັບສະພາບການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກຳປູເຈຍ-ໄທ

ໂຄສົກກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ອອກຖະແຫຼງການ ຕໍ່ກັບສະພາບການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກຳປູເຈຍ-ໄທ ໃນວັນທີ 24 ກໍລະກົດ 2025 ນີ້ວ່າ: ສປປ ລາວ, ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນຕິດຈອດກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ. ສະເໜີໃຫ້ທັງສອງຝ່າຍ ໃຊ້ຄວາມພະຍາຍາມ ໃນການອົດກັ້ນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ດ້ວຍສັນຕິວິທີ.

Related Articles

Leave a Reply