Vientiane Times Lao
ສປປ ລາວ ສົ່ງເສີມວຽກງານປ່າໄມ້ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ,​ ASOF 28

ສປປ ລາວ ສົ່ງເສີມວຽກງານປ່າໄມ້ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ,​ ASOF 28

ບັນດາຜູ້ນໍາຂະແໜງປ່າໄມ້ລາວໄດ້ໃຫ້ຄໍາໝັ້ນສັນຍາ ວ່າຈະເພີ່ມທະວີຄວາມພະຍາຍາມໃນການປົກປ້ອງປ່າ ໄມ້ ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ໂດຍໄດ້ເນັ້ນເຖິງການນໍາໃຊ້ວິທີແກ້ໄຂຕາມທໍາມະຊາດ (nature-based solutions), ເພີ່ມທະວີບົດບາດຂອງຊຸມຊົນ ແລະ ເສີມສ້າງການຮ່ວມມືໃນພາກພື້ນໃຫ້ເລິກເຊິ່ງຂຶ້ນ.

ຄໍາໝັ້ນສັນຍາດັ່ງກ່າວໄດ້ຖືກປະກາດໃນກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງໃນວັນທີ 7-8 ສິງຫາ,ໂດຍ ການເປັນ ປະທານ ຂອງ ທ່ານ  ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ,ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ  ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ,ມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ,ມີຜູ້ຕາງໜ້າຈາກປະ ເທດສະມາຊິກອາຊຽນ,ຜູ້ຕາງໜ້າກອງເລຂາທິການ ອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.

ທ່ານ ນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ, ໄດ້ກ່າວຕ້ອນຮັບບັນດາຄະນະຜູ້ແທນ, ໂດຍກ່າວວ່າ ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກເຖິງຄວາມເຂົ້າໃຈຮ່ວມກັນວ່າ ປ່າໄມ້ບໍ່ພຽງແຕ່ເປັນຕົ້ນໄມ້ເທົ່ານັ້ນ, ແຕ່ຍັງມີຄວາມຜູກພັນຢ່າງເລິກເຊິ່ງກັບຊີວິດການເປັນຢູ່, ວັດທະນະທໍາ ແລະ ຄວາມສາມາດໃນການແກ້ໄຂວິກິດການຂອງໂລກ.

ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ໄດ້ເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການ, ໂດຍກ່າວວ່າ ປ່າໄມ້ມີຄວາມສຳຄັນຢ່າງຍິ່ງຕໍ່ການປົກປ້ອງຊີວະນາໆພັນ, ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ຮັບປະກັນການພັດທະນາແບບຍືນຍົງສໍາລັບບັນດາປະເທດໃນພາກພື້ນ.

ທ່ານໄດ້ຮຽກຮ້ອງໃຫ້ມີການປະຕິບັດງານຮ່ວມກັນເພື່ອປົກປ້ອງລະບົບນິເວດປ່າໄມ້ ແລະ ເສີມສ້າງການປະກອບສ່ວນຂອງຕົນໃຫ້ບັນລຸເປົ້າໝາຍລະດັບຊາດ ແລະ ພາກພື້ນ.

ໃນຖານະປະທານອາຊຽນ, ສປປ ລາວ ໄດ້ກຳນົດທິດທາງວຽກງານປ່າໄມ້ທີ່ເນັ້ນໃສ່ການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ. ທ່ານ ດຣ. ສົມຫວັງ ໄດ້ກ່າວວ່າ ສປປ ລາວ ຈະນໍາພາຄວາມພະຍາຍາມໃນການຟື້ນຟູພູມສັນຖານປ່າໄມ້, ເສີມສ້າງການມີສ່ວນຮ່ວມໃນຕະຫຼາດກາກບອນ ແລະ ຊຸກຍູ້ການຄຸ້ມຄອງປ່າໄມ້ທີ່ມີການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ.

ທ່ານກ່າວວ່າ: ການເລັ່ງລັດການຄຸ້ມຄອງປ່າໄມ້ແບບຍືນຍົງຈະເປັນບຸລິມະສິດອັນດັບໜຶ່ງ, ໂດຍມີການຊຸກຍູ້ຢ່າງແຂງແຮງຕໍ່ວິທີແກ້ໄຂບັນຫາໂດຍອີງໃສ່ຊຸມຊົນ, ການຕິດຕາມທີ່ດີຂຶ້ນ ແລະ ການຕັດສິນໃຈທີ່ມີສ່ວນຮ່ວມຫຼາຍຂຶ້ນ.

ການຕ້ານອາດຊະຍາກຳປ່າໄມ້ກໍເປັນວາລະສຳຄັນ. ສປປ ລາວ ຈະສືບຕໍ່ເຮັດວຽກຮ່ວມກັບອົງການບັງຄັບໃຊ້ກົດໝາຍໃນກຳປູເຈຍ, ຈີນ, ມາເລເຊຍ, ມຽນມາ, ສິງກະໂປ, ໄທ ແລະ ຫວຽດນາມ ເພື່ອແກ້ໄຂບັນຫາການຄ້າສັດປ່າຜິດກົດໝາຍ ແລະ ການລັກລອບຕັດໄມ້ຂ້າມຊາຍແດນ.

ທ່ານ ດຣ. ສົມຫວັງ ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການ ຮ່ວມມືພາກສະໜາມ ລະຫວ່າງເຈົ້າໜ້າທີ່ຕໍາຫຼວດ, ສ່ວຍສາອາກອນ ແລະ ຂະແໜງຍຸຕິທໍາ ເພື່ອແກ້ໄຂໄພຄຸກຄາມທີ່ເພີ່ມຂຶ້ນເຫຼົ່ານີ້.

ບຸລິມະສິດສຳຄັນອີກອັນໜຶ່ງແມ່ນການເພີ່ມລາຍໄດ້ໃຫ້ແກ່ຊຸມຊົນທີ່ເພິ່ງພາອາໄສປ່າໄມ້ ໂດຍການສົ່ງເສີມຜະລິດຕະພັນແບບຍືນຍົງ ເຊັ່ນ: ໄມ້ໄຜ່, ພືດສະໝຸນໄພ ແລະ ສິນຄ້າທີ່ບໍ່ແມ່ນໄມ້ອື່ນໆ.

ບັນດາຄະນະຜູ້ແທນໄດ້ຮັບຮອງເອົາເອກະສານສຳຄັນຈໍານວນໜຶ່ງທີ່ຈະນໍາພາການຈັດຕັ້ງປະຕິບັດວຽກງານໃນພາກພື້ນໃນຊຸມປີຕໍ່ໜ້າ.

ເອກະສານເຫຼົ່ານີ້ລວມມີຄູ່ມືການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ທໍາມາພິບານ ແລະ ການຄ້າໃນອາຊຽນ (Forest Law Enforcement, Governance and Trade), ຄໍາແນະນໍາ ແລະ ຊຸດເຄື່ອງມືສໍາລັບການນໍາໃຊ້ວິທີແກ້ໄຂຕາມທໍາມະຊາດໃນຂະແໜງປ່າໄມ້ ແລະ ແຜນປະຕິບັດງານເພື່ອການຄຸ້ມຄອງລະບົບນິເວດແບບຍືນຍົງ.

ທ່ານ ດຣ. ສົມຫວັງ ຍັງໄດ້ຮຽກຮ້ອງໃຫ້ມີການຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມງານລວມທັງອົງການຮ່ວມມືປ່າໄມ້ແຫ່ງອາຊີ (AFoCO), ອົງການ REDD ຂອງ ສປຊ ແລະ ສະຖາບັນປ່າໄມ້ເອີຣົບ ເພື່ອນໍາເອົາຄວາມຊ່ຽວຊານດ້ານວິຊາການ ແລະ ທຶນຮອນທີ່ຈໍາເປັນເພື່ອສະໜັບສະໜູນເປົ້າໝາຍດ້ານປ່າໄມ້ອາຊຽນ.

ການເປັນປະທານຂອງ ສປປ ລາວ ຈະສອດຄ່ອງກັບຂອບການຮ່ວມມືຫຼາຍຂະແໜງຂອງອາຊຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ສະໜັບສະໜູນວິໄສທັດການເປັນປະຊາຄົມອາຊຽນຫຼັງປີ 2025.

ທ່ານໄດ້ຢືນຢັນຄືນໃໝ່ເຖິງຄໍາໝັ້ນສັນຍາຂອງ ສປປ ລາວ ຕໍ່ວາລະປ່າໄມ້ຂອງອາຊຽນ, ໂດຍກ່າວວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາເພື່ອປົກປ້ອງປ່າໄມ້ ແລະ ສ້າງອະນາຄົດທີ່ມີຄວາມທົນທານຕໍ່ສະພາບດິນຟ້າອາກາດຫຼາຍຂຶ້ນ.
ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 28 ນີ້:ໄດ້ທົບທວນແຜນການດໍາເນີນງານພາຍໃນຂອງ ຍຸດທະສາດຄວາມຮ່ວມມື ດ້ານປ່າໄມ້ ອາຊຽນ 2016–2025 ແລະ ວາງແຜນການຮ່ວມມື  2026–2030.
.
ກອງປະຊຸມຍັງໄດ້ ຮັບຟັງການລາຍງານຄວາມຄືບໜ້າ ຂອງປະເທດສະມາຊິກ ກ່ຽວກັບການຄຸ້ມຄອງ ປ່າໄມ້ແບບຍືນຍົງ(Sustainable Forest Management “SFM”),ການອະນຸມັດເອກະສານສໍາຄັນຄື:ຄູ່ມືການດໍາເນີນການ Foest Low Enforcement, Governance and Trade “FLEGT” ໃນອາຊຽນ,ຂໍ້ແນະນຳ ແລະ ຊຸດເຄື່ອງມືວ່າດ້ວຍ Nature-Based Solutions “NbS” ໃນສາຂາປ່າໄມ້,ແຜນປະຕິບັດການຈັດການລະບົບນິເວດຢ່າງຍືນຍົງ ແລະ ການປຶກສາຫາລືກັບພັນທະມິດພັດທະນາຫຼາຍຝ່າຍ ເຊັ່ນ: FAO, UNEP, AFoCO, CIFOR-ICRAF, WWF, EU-TAF GTEI, ລັດຖະບານ ສປ ຈີນ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ກຳນົດໃຫ້ ປະເທດມາເລເຊຍ ເປັນເຈົ້າພາບ ກອງປະຊຸມ ASOF ຄັ້ງທີ 29 ໃນປີ 2026.

Related Articles

Leave a Reply