Vientiane Times Lao
ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof), ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025 ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ໃນວັນທີ 20 ຕຸລາ 2025, ທີ່ ເຮືອນຮັບແຂກ ອັດຊາຣາ, ນະຄອນຫຼວງ ບັນດາເສຣີ ເບກາວັນ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານດາໂຕະ ເອີຣິວານ ເປຮິນ ຢູສອບ, ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ແລະ ຄະນະ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ,ເຊິ່ງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫຼອດໄລຍະຜ່ານມາ, ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ຕີລາຄາຕໍ່ການຮ່ວມມືໃນດ້ານການເມືອງ,ການພັດທະນາຊັບພະຍາກອນມະນຸດ,ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືດ້ານກະສິກໍາ, ພະລັງງານ, ການສົ່ງເສີມການທ່ອງທ່ຽວ ແລະ ສືບຕໍ່ກົນໄກການຮ່ວມມືສອງຝ່າຍ ກໍ່ຄືການຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 5, ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ຂະແຫນງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນ ໂດຍສະເພາະການສົ່ງເສີມການຄ້າ ແລະ ການລົງທຶນ ໃນຂະແໜງກະສິກຳ ແລະ ພະລັງງານ ລະຫວ່າງສອງປະເທດ ກໍຄື ການສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ບຣູໄນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມທັງຜົນສຳເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ.​

ໃນຂະນະດຽວກັນ, ທ່ານ ລັດຖະມົນຕີ ດາໂຕະ ເອີຣິວານ ເປຮິນ ຢູສອບ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

Related Articles

Leave a Reply