ລັດຖະບານ ໃຫ້ຄວາມສໍາຄັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ເນື່ອງຈາກວ່າພະຍາດດັ່ງກ່າວໄດ້ມີການລະບາດຢູ່ຫຼາຍປະເທດ.
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ມື້ນີ້ໄດ້ອອກແຈ້ງຫຼາຍສະບັບ ເພື່ອເປັນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ເກີດຂຶ້ນໃນ ສປປ ລາວ ເຊິ່ງແຈ້ງການສະບັບເລກທີ 001/ສພກ ລົງວັນທີ 2 ມີນາ 2020 ໄດ້ລະບຸວ່າດ້ວຍການເລື່ອນຈັດທົວໄປທ່ອງທ່ຽວປະເທດທີ່ມີການລະບາດຂອງພະຍາດ ຈົນກວ່າສະພາບການລະບາດສາມາດຄວບຄຸມໄດ້ ແລະ ໃຫ້ເລື່ອນການຮັບທົວຈາກປະເທດຕ່າງໆ ທີ່ມີການລະບາດຂອງພະຍາດ ໂຄວິດ-19 ມາທ່ຽວລາວໃນໄລຍະນີ້.
ພ້ອມດຽວກັນ ກໍ່ມີແຈ້ງການສະບັບເລກທີ 002/ສພກ ລົງວັນທີ 2 ມີນາ 2020 ເຖິງເຈົ້າຂອງຜູ້ປະກອບການທຸລະກິດທຸກພາກສ່ວນ, ທຸກໂຄງການໃນຂອບເຂດທົ່ວປະເທດ ທັງພາກລັດ ແລະ ເອກະຊົນ ທີ່ມີບຸກຄະລາກອນຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ແນະນໍາເພື່ອໃຫ້ການຮ່ວມມືກັບເຈົ້າໜ້າທີ່ ທີ່ປະຕິບັດການກວດວັດອຸນຫະພູມຮ່າງກາຍ ແລະ ຂັ້ນຕອນຕ່າງໆຢູ່ດ່ານຂາເຂົ້າ ກວດຄົນເຂົ້າເມືອງ ທັງຢູ່ສະໜາມບິນ ແລະ ດ່ານສາກົນຕ່າງໆ.
ສໍາລັບບຸກຄົນທີ່ກວດບໍ່ມີອາການໄຂ້ ແລະ ອາການອື່ນໆ ກ່ຽວກັບພະຍາດ ໂຄວິດ-19 ແມ່ນໃຫ້ຕິດຕາມຕົນເອງກ່ຽວກັບອາການພະຍາດດັ່ງກ່າວ ແລະ ກັກບໍລິເວນພາຍໃນໄລຍະເວລາ 14 ວັນ.
ສໍາລັບບຸກຄົນທີ່ຖືກກັ່ນກອງວ່າມີອາການໄຂ້ ແລະ ເຂົ້າກັບນິຍາມພະຍາດ ໂຄວິດ-19 ແມ່ນຈະໄດ້ນໍາສົ່ງເຂົ້າໂຮງໝໍເພື່ອຕິດຕາມ ແລະ ກວດຫາເຊື້ອພະຍາດ ໂຄວິດ-19.
ຂ່າວ: ວຽງຈັນທາຍ
ພາບ ປະກອບ