ພາຍຫຼັງທີ່ສໍາເລັດການປະຕິບັດໜ້າທີ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານການແຜ່ລະບາດ ຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ຄະນະແພດຈີນ ໄດ້ກັບຄືນປະເທດໃນວັນທີ 12 ເມສາ 2020 ທີ່ຜ່ານມາ, ແຕ່ ສປ ຈີນ ກໍ່ຍັງຈະໃຫ້ການຊ່ວຍເຫຼືອຕາມຄວາມຕ້ອງການຕົວຈິງຂອງລາວ.
ການມາຊ່ວຍເຫຼືອຂອງຄະນະຊ່ຽວຊານແພດ ສປ ຈີນ ຈໍານວນ 12 ທ່ານ ທີ່ມາຮອດ ສປປ ລາວ ໃນວັນທີ 29 ມີນາ 2020 ທີ່ຜ່ານມາ ແມ່ນມີຄຸນຄ່າ ແລະ ປະໂຫຍດຫຼາຍ, ເຊິ່ງໄດ້ຊ່ວຍປັບປຸງ ຍົກລະດັບມາດຕະຖານໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ແລະ ລັດຖະບານ ສປ ຈີນ ຍັງໄດ້ສົ່ງຢາ, ເຄື່ອງມື ແລະ ອຸປະກອນການແພດ ເປັນຈໍານວນຫຼວງຫຼາຍມາໃຫ້ ສປປ ລາວ.
ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈຳລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນສອງປະເທດ ລາວ-ຈີນ ໃນໂອກາດໄປສົ່ງຄະນະແພດ ຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ວ່າ: ຈີນ ແລະ ປະຊາຄົມໂລກໄດ້ເພີ່ມທະວີການຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດ.
ສປ ຈີນ ຍັງຈະສືບຕໍ່ດຳເນີນການຕາມການຊີ້ນຳຂອງການລົມກັນທາງໂທລະສັບຂອງ ສອງເລຂາທິການໃຫຍ່ ປະທານປະເທດ ຈີນ-ລາວ ກໍ່ຄືຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ ໃນຕໍ່ໜ້າ.
ພະນັກງານການແພດ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຂອງຝ່າຍລາວ ກ່າວວ່າ ພວກເຮົາທຸກຄົນຮູ້ດີແລ້ວວ່າຫ້ອງຄົນເຈັບແມ່ນມີຄວາມສ່ຽງທີ່ຈະຕິດເຊື້ອໄດ້, ແຕ່ຜູ້ຊ່ຽວຊານຈີນກໍ່ຍັງຈາກຄອບຄົວຂອງເຂົາເຈົ້າເພື່ອມາຊ່ວຍປະເທດລາວ ໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົນ. ນີ້ແມ່ນຍ້ອນວ່າຊ່ຽວຊານຈີນ ໄດ້ຖືເອົາປະຊາຊົນລາວເປັນອ້າຍນ້ອງ. ພວກເຮົາໂຊກດີຫຼາຍ, ສາມາດຖອດຖອນ ບົດຮຽນສຳເລັດຜົນໃນການປິ່ນປົວ ແລະ ໃນດ້ານການປ້ອງກັນ ແລະ ຄວບຄຸມພະຍາດ ຈາກຜູ້ຊ່ຽວຊານດັ່ງກ່າວໄດ້, ເຊີ່ງເຮັດໃຫ້ພວກເຮົາຮູ້ສຶກມີຄວາມຫວັງຫຼາຍຂຶ້ນ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ