ຫ້ອງການຕ່າງປະເທດ ແຂວງຫູໜານ ແລະ ບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ ໄດ້ມອບເຄື່ອງຊ່ວຍເຫຼືອລ້າ ໃຫ້ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ທີ່ກຳລັງສົ່ງຜົນກະທົບຢູ່ຫຼາຍປະເທດ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2020 ຢູ່ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ.
ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຄື່ອງວັດແທກອຸນຫະພູມອິນຟາເຣດ ຈຳນວນ 100 ອັນ, ຊຸດປ້ອງກັນການແພດ 80 ຫີບ (ຈຳນວນ 2,000 ຊຸດ) ແລະ ແວ່ນຕາປ້ອງກັນຂອງແພດ 50 ຫີບ (ຈຳນວນ 400 ອັນ).
ຕາງໜ້າຝ່າຍ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້ ໂດຍ ທ່ານ ຊົ້ງ ເຈຍເຟິງ, ປະທານ ບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ, ປະທານກິດຕິມະສັກຖາວອນ ສະພາການຄ້າແຂວງຫູໜານ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຝ່າຍລາວ ຮັບໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກ ກະຊວງສາທາລະນະສຸກ ແລະ ບໍລິສັດ ການບິນລາວ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ.
ຂ່າວ: ວຽງຈັນທາຍ
ພາບ: ກະຊວງການຕ່າງປະເທດ