Vientiane Times Lao
ສປ ຈີນ ສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19

ສປ ຈີນ ສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19

ຄະນະຊ່ຽວຊານການແພດ ຈາກ ສປ ຈີນ ພ້ອມດ້ວຍອຸປະກອນການແພດ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ເພື່ອສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານການແຜ່ລະບາດຂອງອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.

ສໍາລັບຄະນະຊ່ຽວຊານການແພດ ທີ່ເດີນທາງມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ແມ່ນມາຈາກກອງທັບປົດປ່ອຍປະຊາຊົນຈີນ, ເຊິ່ງມີທັງໝົດ 5 ທ່ານ ໂດຍຈະໄດ້ໄປປະຈຳການຢູ່ໂຮງໝໍ 103, ພ້ອມນັ້ນ ຍັງມີອຸປະກອນການແພດຈຳນວນໜຶ່ງ ເປັນຕົ້ນແມ່ນ ນໍ້າຢາກວດຫາເຊື້ອໂຄວິດ-19 (PCR) ຈຳນວນ 10.000 ອັນ, ຜ້າປິດປາກລຸ້ນ KN 95 10.000 ອັນ, ຜ້າປິດປາກທົ່ວໄປ 30.000 ອັນ, ແວ່ນຕາປ້ອງກັນທາງການແພດ 200 ອັນ, ສົບມືທາງການແພດ 10.000 ຊຸດ, ໝວກສຳລັບຜ່າຕັດ 10.000 ອັນ, ຊຸດນຸ່ງປ້ອງກັນ 10.000 ອັນ, ເຄື່ອງວັດແທກອຸນນະພູມ (ລຸ້ນແສງອິນຟາເຣດ) 100 ອັນ, ເຈວລ້າງມື 1000 ກ່ອງ (ກ່ອງລະ 500 ມິລີລິດ), ຖັງຂີ້ເຫຍື້ອທາງການແພດ 100 ອັນ ແລະ ຕຽງນອນທາງການແພດ 50 ຕຽງ.

ໃນຜ່ານມາ ສປ ຈີນ ກໍ່ໄດ້ສົ່ງຄະນະຊ່ຽວຊານ ການແພດຈໍານວນ 12 ທ່ານ ພ້ອມດ້ວຍອຸປະກອນການແພດ ມາຊ່ວຍເຫຼືອ ສປປ ລາວ ໃນ ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄະນະດັ່ງກ່າວ ກໍ່ໄດ້ກັບຄືນປະເທດ ແລ້ວ ພາຍຫຼັງສໍາເລັດພາລະກິດໃນການຊ່ວຍເຫຼືອແຕ່ວັນທີ 29 ມີນາ ຫາ ວັນທີ 10 ເມສາ 2020. ຄະນະຊ່ຽວຊານການແພດ ດັ່ງກ່າວ ແມ່ນໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ ໂຄວິດ-19.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ CRI-FM93)

ພາບ: CRI-FM93

Related Articles

Leave a Reply