ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ຫ່າງຈາກ ເທດສະບານແຂວງປະມານ 15 ກິໂລແມັດໄດ້ເປີດໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໄດ້ທ່ຽວຊົມ, ໄດ້ຊີມ, ໄດ້ສໍາພັດຕົວຈິງກັບຕົ້ນຊາ ແລະ ຜູ້ຜະລິດຊາຢູ່ທີ່ນັ້ນ.
ປະຊາຊົນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກ ມາໄດ້ຫຼາຍເຊັ່ນຄົນແລ້ວ, ເຊິ່ງຊາຢູ່ທີ່ ນີ້ມີຊື່ສຽງຫຼາຍຍ້ອນມີລົດຊາດດີ ແລະ ມີສັບພະຄຸນທີ່ເປັນປະ ໂຫຍດຕໍ່ສຸກ ຂະພາບຫຼາຍກວ່າຊາທີ່ປູກຢູ່ບ່ອນ ອື່ນໆ. ນອກຈາກນັ້ນແລ້ວ, ຕົ້ນຊາຢູ່ໃນສວນແຫ່ງນີ້ຍັງໄດ້ຖືກຮັບຮອງຈາກນັກວິໄຈວ່າເປັນຕົ້ນຊາທີ່ມີ ອາຍຸເກົ່າແກ່ທີ່ສຸດໃນປະເທດລາວ ເຊິ່ງມີອາຍຸຫຼາຍກວ່າ 400 ປີ. ສະນັ້ນ ສວນຊາແຫ່ງນີ້ຈຶ່ງໄດ້ຂະໜານນາມວ່າສວນຊາ 400 ປີ, ມີເນື້ອທີ່ປະມານ 32,25 ເຮັກຕາ ແລະ ມີຕົ້ນຊາທັງ ໝົດ 48.373 ຕົ້ນ.
ປັດຈຸບັນ, ສວນຊາ 400 ປີໄດ້ຮັບ ຄວາມສົນໃຈຈາກຜູ້ຄົນເປັນຈໍານວນຫຼວງຫຼາຍ ແລະ ຄາດວ່າຈະສາມາດ ດຶງດູດນັກທ່ອງທ່ຽວ ໂດຍສະເພາະ ນັກທ່ອງທ່ຽວຊາວຈີນ ເຂົ້າມາທ່ຽວ ຊົມສະຖານທີ່ສວນຊາຢູ່ແຂວງ ຜົ້ງສາລີແຫ່ງນີ້.
ຂ່າວ: ວຽງຈັນທາຍ
ພາບ: Palamy