Vientiane Times Lao
ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມມື ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມມື ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຄງການຕົວແບບຂອງການຮ່ວມມືຂອງສອງພັກສອງລັດ ລາວ-ຫວຽດນາມ.

ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດຕົວຈິງໃນປີ 2022, ມີການສໍາຫຼວດອອກແບບ ແລະ ມີເນື້ອທີປະມານ 3 ເຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນຜູ້ນຳ 3 ທ່ານ ຄື: ປະທານ ໂຮ່ຈີມິນ, ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ.

ທ່ານ ຄໍາຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ສວນນີ້ເປັນການຢັ້ງຍືນເຖິງການພົວພັນຮ່ວມມືຂອງສອງພັກ-ສອງລັດ ແລະ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ,ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມ ຊຶ່ງມີມູນຄ່າທັງໝົດ 340,471,500,000 ດົ່ງ; ໃນນັ້ນ ທຶນສົມທົບຂອງ ລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ (10,471,500,000 ດົງ ສະກຸນເງິນຫວຽດນາມ) ແລະ ທຶນຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ ແມ່ນ 330 ຕື້ດົງ. ສວນນີ້ປະກອບດ້ວຍພື້ນຖານໂຄງລ່າງຫຼາຍຢ່າງ ນອກຈາກຮູບປັ້ນຂອງຜູ້ນໍາ 3 ທ່ານແລ້ວ ຍັງມີສະໜາມຫຼວງ ແລະ ມີຜ່າພະໜັງ ຢູ່ໃນຜ່າພະໜັງແມ່ນມີຄວາມໝາຍທີ່ເລິກເຊີ່ງສະແດງເຖິງຮີດຄອງປະເພນີມູນເຊື້ອຂອງຫວຽດນາມ-ລາວ ແລະ ຢູ່ໃນເບື້ອງຫຼັງຂອງຜ່າພະໜັງ ມີການພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມແຕ່ສະໄໝຕໍ່ສູ້ກູ້ຊາດຈົນມາເຖິງສະໄໝປັດຈຸບັນ.

ທ່ານ ຄໍາຜາ ກ່າວຕື່ມວ່າ:  ສະຖານທີ່ແຫ່ງນີ້ຍັງມີບ່ອນຫຼີ້ນ, ບ່ອນທ່ອງທ່ຽວ,ບ່ອນອອກກຳລັງກາຍ ແລະ ສວນແຫ່ງນີ້ຍັງເປັນບ່ອນສຶກສາອົບຮົມຊາວໜຸ່ມເຍົາວະຊົນໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຂອງສອງຊາດລາວ-ຫວຽດນາມ ແລະ ຍັງເປັນບ່ອນເຮັດໃຫ້ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໄດ້ມາຫຼີ້ນ ແລະ ຈັດກິດຈະກຳຕ່າງໆໄດ້ ເຊັ່ນ: ມາທ່ຽວ, ມາອອກກຳລັງກາຍ ແລະ ພາລູກພາຫຼານມາທ່ຽວຊົມ ແລະ ສວນດັ່ງກ່າວພາຍຫຼັງທີ່ເປີດແລ້ວແມ່ນຈະມອບໃຫ້ຫ້ອງວ່າການສູນກາງພັກເປັນຜູ້ສືບຕໍ່ຄຸ້ມຄອງ ແລະ ນຳໃຊ້ ແລະ ຫ້ອງວ່າການສູນກາງພັກຈະໄດ້ມອບໃຫ້ ກົມພິພິທະພັນໄກສອນ.

ການເຂົ້າທ່ຽວຊົມສວນດັ່ງກ່າວຈະບໍ່ໄດ້ເກັບປິ້ (ເຂົ້າຟຣິ), ຈະມີບ່ອນຂາຍກາເຟ,ຂາຍເຄື່ອງທີລະນຶກ ແລະ ມີຫໍສະໝຸດອີກດ້ວຍ.

 ແຫຼ່ງທີ່ມາຂໍ້ມູນ:ບຸນຕອມ

Related Articles

Leave a Reply