Vientiane Times Lao
ສສຊ ເນັ້ນໃຫ້ນັກວິຊາການວາງລາຄາໄຟຟ້າ ລົງໄປເບີ່ງຕົວຈິງ

ສສຊ ເນັ້ນໃຫ້ນັກວິຊາການວາງລາຄາໄຟຟ້າ ລົງໄປເບີ່ງຕົວຈິງ

ທ່ານສາຍທອງ ແກ້ວດວງດີ ສະມາຊິກສະພາ ແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນໄດ້ສະເໝີຕໍ່ນາຍົກລັດຖະມົນຕີ ໃນບໍ່ດົນມານີ້ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການປັບໂຄງສ້າງລາຄາໄຟຟ້າໃໝ່ ທີ່ກໍານົດໃຫ້ລາຄາຖືກຮອດພຽງແຕ່ 150 ກິໂລວັດໂມງ/ເດືອນໃນລາຄາ 355 ກີບ/ກິໂລວັດໂມງ ແຕ່ເມື່ອໃຊ້ກາຍ 150 ກິໂລວັດໂມງໃຫ້ ຄູນ 2 ຫຼື ເທົ່າກັບ 710 ກີບ/ກິໂລວັດໂມງ. ໂດຍສ່ວນຕົວຄິດວ່າຖ້າຕັ້ງ 150 ກິໂລວັດໂມງ/ເດືອນແມ່ນບໍ່ເໝາະສົມ ຄວນຕັ້ງຖານຂຶ້ນມາໃໝ່ ເພາະເຮືອນໜຶ່ງ ຫຼື ຊາວກະສິກອນໃດໜຶ່ງທີ່ປູກພຶດຜັກ, ປູກ ເຂົ້າ ທີ່ໃຊ້ໂປດູດນໍ້າຫົດແມ່ນຕ້ອງໃຊ້ກາຍ 150 ກິໂລວັດໂມງຢູ່ແລ້ວຊຶ່ງມັນໄດ້ສົ່ງຜົນກະທົບໃຫ້ຊາວກະສິກອນຈໍານວນຫຼາຍຢຸດເຊົາປູກພຶດຍ້ອນລາຄາໄຟຟ້າແພງ ຈຶ່ງເຮັດໃຫ້ມີປະກົດການພືດຜັກຂ້າມຂອງ. ບັນດານັກວິຊາການວາງລາຄາຕ້ອງລົງໄປເບິ່ງຕົວຈິງ, ບໍ່ແມ່ນນັ່ງຢູ່ຫ້ອງການວາດພາບເອົາຊື່ໆວ່າຄອບຄົວທຸກຍາກຕ້ອງໃຊ້ໄຟທໍ່ນັ້ນທໍ່ນີ້, ເດືອນໜຶ່ງໃຊ້ໄຟປະມານນັ້ນນີ້.

ທ່ານສາຍທອງ ຍັງໄດ້ສະເໜີໃຫ້ທ່ານນາຍຍົກເບິ່ງຄືນກ່ຽວກັບ ທນທີ່ລັດຖະບານລາວທີ່ໄປຢືມເພື່ອມາປ່ອຍໃຫ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ມອບທະນາຄານໄປຜັນຂະຫຍາຍເພື່ອປ່ອຍ ແຕ່ ທຶນດັ່ງກ່າວໄປຮອດຊາວກະສິກອນບໍ່ຮອ 8 %, ສ່ວນຫຼາຍແມ່ນບາງບຸກຄົນທີ່ໄດ້ ແລະ ໄປປ່ອຍໃຫ້ຝ່າຍບໍລິການຫຼາຍໂພດ ແມ່ນບໍ່ຖຶກຕາມທິດຂອງນາຍົກ ດັ່ງນັ້ນຈຶ່ງຄວນແກ້ໄຂ.

ຂ່າວ: ວຽງຈັນທາຍ 

ພາບ: ຈັນທະວັງ 

Related Articles

Leave a Reply