ສປ ຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19, ບາງຂໍ້ຄວາມທີ່ຜູ້ນໍາສອງປະເທດໄດ້ສົນທະນາຜ່ານທາງໂທລະສັບ.
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົນທະນາກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຜ່ານທາງໂທລະສັບ ຕາມການນັດໝາຍ ໃນວັນທີ 3 ເມສາ 2020 ທີ່ຜ່ານມາ.
ທ່ານ ສີ ຈິ້ນຜິງ ໄດ້ຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ການສະໜັບສະໜູນຢ່າງເດັດດ່ຽວຕໍ່ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ທີ່ກໍາລັງຕ້ານກັບພະຍາດ ໂຄວິດ-19. ທ່ານ ສີ ຈິ້ນຜິງ ກ່າວວ່າ: ຈີນ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ໃນໄລຍະສຳຄັນທີ່ຈີນ ຕ້ານກັບພະຍາດ, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງຂ້າພະເຈົ້າຢ່າງທັນການ, ວົງການຕ່າງໆຂອງສັງຄົມລາວ ໄດ້ໃຫ້ການຊ່ວຍເຫຼືອທີ່ຈິງໃຈຖານອ້າຍນ້ອງແກ່ປະເທດຈີນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ຊ່ວຍເຫຼືອກັນ ແລະ ຮ່ວມແຮງ ຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ປະຊາຊົນຈີນຈະຈື່ຈຳໄວ້ໃນໃຈຕະຫຼອດໄປ. ປະຈຸບັນປະເທດລາວກໍາລັງຜະເຊີນກັບ ຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຄວບຄຸມພະຍາດ, ຂ້າພະເຈົ້າ ມີຄວາມເປັນຫ່ວງເປັນໃຍຫຼາຍ. ຈີນ ໄດ້ຈັດຕັ້ງ ແລະ ສົ່ງໜ່ວຍຊ່ຽວຊານແພດໝໍ ໄປຊ່ວຍເຫຼືອລາວ ຢ່າງວ່ອງໄວທີ່ສຸດ ແລະ ໃຫ້ການຊ່ວຍເຫຼືອດ້ານການສະໜອງອຸປະກອນການແພດ. ຈີນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ. ເຊື່ອວ່າພາຍໃຕ້ການຊີ້ນຳ ນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍເລຂາທິການໃຫຍ່ ເປັນແກນນຳ, ປະຊາຊົນລາວຈະສາມາດເອົາຊະນະໃນການຕໍ່ສູ້ຕ້ານກັບພະຍາດຄັ້ງນີ້ໄດ້ຢ່າງແນ່ນອນ.
ທ່ານ ສີ ຈິ້ນຜິງ ກ່າວວ່າ: ສະພາບພະຍາດ ຄັ້ງນີ້ເປັນການຢືນຢັນອີກຄັ້ງໜຶ່ງວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດມີຄວາມສຳຄັນ ແລະ ຮີບດ່ວນຫຼາຍ. ກອງປະຊຸມສຸດຍອດສະໄໝພິເສດເພື່ອຮັບມືກັບພະຍາດໂຄວິດ-19 ຂອງຜູ້ນຳກຸ່ມ G20 ໄດ້ສົ່ງສັນຍານທີ່ຕັ້ງໜ້າກ່ຽວກັບການສາມັກຄີຮ່ວມມືກັນຕ້ານກັບພະຍາດ ແລະ ປົກປ້ອງຄວາມໝັ້ນຄົງດ້ານເສດຖະກິດຂອງໂລກ. ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກເຊິ່ງ ລວມທັງປະເທດລາວ ປະກອບສ່ວນເຂົ້າໃນການເອົາຊະນະໃນການຕໍ່ສູ້ກັບພະຍາດຢ່າງເຖິງຖອງໂດຍໄວ. ຈີນ ຍິນດີສືບຕໍ່ຮັກສາການແລກປ່ຽນການໄປມາຫາສູ່ກັນກັບການນຳຂັ້ນສູງຂອງລາວ, ໂດຍຖືເອົາການຈັດຕັ້ງປະຕິບັດ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ” ເປັນທິດນຳພາ, ລົງເລິກການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ ແລະ ການບໍລິຫານປະເທດ, ຊຸກຍູ້ການສ້າງໂຄງການໃຫຍ່ ແລະ ສຳຄັນເປັນຕົ້ນ ທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດຢ່າງໝັ້ນທ່ຽງ, ຊຸກຍູ້ການຮ່ວມມື ດ້ານວັດທະນະທຳ, ເພີ່ມທະວີການປະສານງານໃນວຽກງານສາກົນ ແລະ ພາກພື້ນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກ້າວໄປສູ່ລວງເລິກຢ່າງແທ້ຈິງເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງປະເທດ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນໃນຕົ້ນປີໜ້າຈົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທ່ານ ບຸນຍັງ ວໍລະຈິດ ກ່າວວ່າ: ພາຍໃຕ້ການບັນຊາການ ແລະ ການຈັດວາງແຜນການດ້ວຍຕົນເອງຂອງ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ, ພັກກອມມູນິດຈີນໄດ້ເສີມຂະຫຍາຍກຳລັງນຳພາທາງການເມືອງທີ່ເຂັ້ມແຂງເຊິ່ງໄດ້ນຳພາປະຊາຊົນຈີນສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງວ່ອງໄວ ແລະ ມີປະສິດທິຜົນ, ລາວ ສະແດງຄວາມຍ້ອງຍໍຊົມເຊີນຕໍ່ເລື່ອງນີ້. ພັກກອມມູນິດຈີນໄດ້ຍຶດໝັ້ນໃນແນວຄິດ ປະຊາຄົມຮ່ວມຊາຕາກຳມວນມະນຸດ, ຮ່ວມກັບ 200 ກວ່າພັກການເມືອງໃນໂລກ ອອກຖະແຫຼງການຮ່ວມໂດຍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຕ້ານກັບ ພະຍາດ, ຈີນຍັງໄດ້ຕັ້ງໜ້າໃຫ້ການສະໜັບ ສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າແກ່ ປະເທດທີ່ມີຄວາມຕ້ອງການເຊິ່ງໄດ້ສະແດງ ໃຫ້ເຫັນເຖິງຄວາມຮັບຜິດຊອບຂອງພັກໃຫຍ່ ແລະ ປະເທດໃຫຍ່. ປະເທດລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈນຳ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ເອົາໃຈໃສ່ກ່ຽວກັບສະພາບພະຍາດຢູ່ ລາວ ດ້ວຍຕົນເອງ, ຈີນໄດ້ແບ່ງປັນບົດຮຽນ ໃນການຕ້ານພະຍາດຢ່າງທັນການ ແລະ ສົ່ງໜ່ວຍຊ່ຽນຊານແພດໝໍ ພ້ອມທັງສະໜອງອຸປະກອນການແພດໃຫ້ແກ່ປະເທດລາວ ຢ່າງວ່ອງໄວ, ເຊິ່ງເປັນການຢືນຢັນ ເຖິງຄວາມຮັກແພງອັນເລິກເຊິ່ງທີ່ຮ່ວມທຸກ ຮ່ວມສຸກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ. ລາວ ຍິນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບຈີນ, ເລັ່ງລັດຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຊຸກຍູ້ການຮ່ວມມືຕົວຈິງ ໃນຂົງເຂດຕ່າງໆ ແລະ ຊຸກຍູ້ການສ້າງພາລະກິດສັງຄົມນິຍົມ ຂອງທັງສອງປະເທດ ໃຫ້ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ CRI-FM-93)