ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ສະຕິຂອງບຸກຄົນຂອງປະຊາຊົນລາວຈຳນວນໜຶ່ງກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ສັງຄົມຍັງບໍ່ສູງໂດຍບໍ່ປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວເທົ່າທີ່ຄວນໂດຍສັງເກດໄດ້ຍັງລັກຕັ້ງວົງຊຸມແຊວ, ເດີນທາງໄປສະຖານທີ່ສ່ຽງ ນອກນັ້ນຍັງມີການລັກລອບເປີດຮ້ານອາຫານ, ຮ້ານນວດ ແລະ ຮ້ານບັນເທິງ ແລະ ອື່ນໆຊຶ່ງເປັນສາເຫດທີ່ຍັງພົບມີການແຜ່ລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ແລະ ຈຳນວນຕົວເລກຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ນັບແຕ່ກາງເດືອນເມສາ 2021 ສປປ ລາວໄດ້ເລີ່ມມີການລະບາດຂອງພະຍາດດັ່ງກ່າວໃນຊຸມຊົນຊຶ່ງມີຈຸດເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ແຜ່ລາມໄປແຂວງຕ່າງໆ ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າ 1.000 ຄົນ, ນັບຕັ້ງແຕ່ວັນທີ 21 ເມສາ 2021 ລັດຖະບານໄດ້ອອກຄຳສັ່ງເລກທີ 15/ນຍ ແລະ ແຈ້ງການກ່ຽວກັບມາດຕະການຕ່າງໆໃນການປ້ອງກັນພະຍາດດັ່ງກ່າວ ລວມທັງໝົດມີ 1 ຄຳສັ່ງ ແລະ 3 ແຈ້ງການ ຜ່ານການປະຕິບັດຕົວຈິງເຫັນວ່າສາມາດປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໄດ້ລະດັບໜຶ່່ງເຮັດໃຫ້ຕົວເລກຜູ້ຕິດເຊື້ອຢູ່ບັນດາແຂວງ ແລະ ຢູ່ນະຄອນຫຼວງວຽງຈັນໄດ້ຫຼຸດລົງ ຈາກຂໍ້ມູນສະຖິຕິແຈ້ງໃຫ້ເຫັນວ່າໃນໄລຍະສືບຕໍ່ປະຕິບັັດມາດຕະການປ້ອງກັນພະຍາດໂຄວິດ-19 ນັບແຕ່ວັນທີ 20 ພຶດສະພາ ຫາ 4 ມິຖຸນາ ໄດ້ມີຜູ້ຕິດເຊື້ອ 184 ຄົນ, ແຕ່ວັນທີ 5 -19 ພຶດສະພາ 2021 ມີຜູ້ຕິດເຊື້ອ 96 ຄົນ ແຕ່ຮອດປັດຈຸບັນນີ້ ຊຶ່ງເປັນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ນັບແຕ່ 20 ມິຖຸນາ ຫາ 4 ກໍລະກົດ ພົບວ່າມີຜູ້ຕິດເຊື້ອຫຼາຍກວ່າ 108 ຄົນແລ້ວ ແລະ ຄາດວ່າຮອດວັນທີ 4 ກໍລະກົດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກ ດັ່ງນັ້ນສັງເກດໄດ້ວ່າຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວແມ່ນໄດ້ເພີ່ມຂຶ້ນ ກໍ່ຍ້ອນການປະຕິບັດມາດຕະການຕ່າງໃນຊຸມຊົນບໍ່ເຂັ້ມງວດ, ມີການຈຳກັດບໍລິເວນບໍ່ເຄັ່ງຄັດ ແລະ ອື່ນໆ.