Vientiane Times Lao
ສະຖານທີ່ປິ່ນປົວຢູ່ແຂວງຈຳປາສັກອາດບໍ່ພຽງພໍ ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ສະຖານທີ່ປິ່ນປົວຢູ່ແຂວງຈຳປາສັກອາດບໍ່ພຽງພໍ ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ຈຳ​ປາ​ສັກແຈ້ງ​ໃຫ້​ຮູ້​ວ່າ: ການ​ທີ່​ແຮງ​ງານ​ລາວ​ໄດ້​ກັບ​ຄືນ​ມາ​ປະ​ເທດ​ເປັນ​ຈຳ​ນວນ​ຫຼາຍໃນ​ແຕ່​ລະ​ວັນ​ໂດຍ​ຜ່ານ​ດ່ານ​ສາ​ກົນວັງເຕົ່າ-ຊ່ອງເມັກ ແຂວງ​ຈຳ​ປາ​ສັກ ​ ແລະ ໄດ້ກວດພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ແຕ່​ລະ​ວັນ​ເປັນ​ຈຳ​ນວນ​ຫຼາຍ​​ນັ້ນໄດ້​ເຮັດ​ໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດ ເຊື້ອໃກ້​ຈະເຕັມແລ້ວ ແລະ ກຽມຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມ ອີກແຫ່ງໜຶ່ງ ແຕ່​ອາດ​ຈະ​ຍັງ​ບໍ່​ພຽງ​ພໍ​ຖ້າ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ ເພີ່ມ​ຂຶ້ນ​ຄື​ປັດ​ຈຸ​ບັນ​ນີ້.

ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະ ສຸກ ແຂວງຈໍາປາສັກແຈ້ງໃຫ້​ຮູ້​ວ່າ: ເຖີງ​ແມ່ນ​ວ່າ​ຈະ​ມີ​ການເອົາ​ສະ​ຖານ​ທີ່​ຕ່າງໆ​ເປັນ​ໂຮງ​ໝໍພາກ​ສະ​ໜ​າມ​ເປັນ​ສະ​ຖານ​ທີ່ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກໍ່​ຕາມແຕ່​ເຊື່ອ​ວ່າ​ຍັງ​ຈະ​ບໍ່​ພຽງ​ພໍ​ເພື່ອ​ຮອງ​ຮັບ​ຍ້ອນ​ວ່າ​ມີ​ແຮງ​ງານ​ລາວ​ບໍ່​ຕ່ຳ​ກວ່າ 100 ຄົນ​​ທີ່​ເດີນ​ທາງ​ມາ​ແຕ່​ປະ​ເທດ​ໄທ ໂດຍ​ຜ່ານ​ດ່ານ​ສາ​ກົນ​ວັງ​ເຕົາ-ຊ່ອງ​ເມັກ​ ​​ແລະ ໄດ້ກວດພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​​ເປັນ​ຈຳ​ນວນ​ຫຼາຍໃນ​ແຕ່​ລະ​ວັນ. ທາງ​ອອກ​ທີ່​ດີ​ສຳ​ລັບ​ເລື່ອງ​ນີ້​ຮຽກ​ຮ້ອງ​ໃຫ້​ແຮງ​ງານ​ລາວທີ່​ເດີນ​ທາງ​ມາ​ແຕ່​ປະ​ເທດ​ໄທ​ໃຫ້​ໄປ​ຜ່ານ​ດ່ານ​ສາ​ກົນ​ຢູ່​ແ​ຂວງ​ອື່ນ​ແທນ ແລະ ໃຫ້​ອຳ​ນາດ​ການ​ປົກ​ຄອງແຕ່​ລະແຂວງໃນທົ່ວປະເທດທີ່ມີ ແຮງງານຂອງຕົນເດີນທາງ​ກັບ​ຄືນປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ມາຮັບເອົາແຮງງານ ຂອງຕົນໄປຈຳກັດບໍລິເວນຢູ່​ແຂວງ​ຂອງ​ຕົນ.

​ນັບ​ແຕ່​ເດືອນ​ກຸມ​ພາ 2020 ທີ່​ເລີ່ມ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວີດ-19 ຮອດວັນທີ 7 ກໍລະກົດ 2021 ນີ້, ແຂວງ​ຈຳ​ປາ​ສັກ ມີຜູ້ຕິດເຊື້ອສະສົມຈາກ​ພະ​ຍາດ​ດັ່ງ​ກ່າວ​ແລ້ວ 571 ຄົນ, ໃນນີ້ ປິ່ນປົວຫາຍດີ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ ແຕ່​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ໂດຍ​ໃຊ້ໂຮງໝໍເມືອງໂພນທອງ, ໂຮງໝໍພາກສະໜາມ ຫລັກ 21 ແລະ ໂຮງໝໍ 106 ເປັນ​ສະ​ຖານ​ທີ່​ປິ່ນ​ປົວ.

Related Articles

Leave a Reply