Vientiane Times Lao
ສະພາການຄ້າຈີນ ຊ່ວຍເຫຼືອອຸປະກອນການແພດ ໃຫ້ແຂວງຈຳປາສັກ

ສະພາການຄ້າຈີນ ຊ່ວຍເຫຼືອອຸປະກອນການແພດ ໃຫ້ແຂວງຈຳປາສັກ

ສະພາການຄ້າ ຈີນ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມອບເຄື່ອງມື ອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນ ຜ້າອັດປາກ-ດັງ, ເຈວລ້າງມື, ເຄື່ອງວັດແທອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ມູນຄ່າ 300 ລ້ານກີບ ພ້ອມດ້ວຍ ເງິນສົດຈໍານວນ 100 ລ້ານກີບ ໃຫ້ຄະນະພັກ-ອົງການປົກຄອງ ແຂວງຈຳປາສັກ ເພື່ອປະກອບສ່ວນເຂົ້າໃນວຽກງານ ສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂວິດ-19 ຢູ່ແຂວງຈຳປາສັກ ທີ່ກໍາລັງແຜ່ລະບາດພາຍໃນແຂວງ.
ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ ຊຶ່ງຕາງໜ້າມອບໂດຍ ທ່ານ ຈ໋າວ ຢີ ຈຸນ  (ZHAO YIJUN), ປະທານ ສະພາການຄ້າຈີນ ປະຈຳນະຄອນປາກເຊ ແລະ ເປັນກຽດກ່າວຮັບ ໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີມາຍັງ ສະພາການຄ້າ ຈີນ ປະຈຳ ນະຄອນປາກເຊ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແລະ ທັງເປັນການປະກອບສ່ວນເຂົ້າໃສ່ການພັດທະນາ ເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ. ພ້ອມກັນນັ້ນ, ກໍ່ເປັນການປະກອບສ່ວນເຂົ້າໃນການ ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ.

ຂໍ້ມູນຂ່າວ: ຈໍາປາສັກ

Related Articles

Leave a Reply