Vientiane Times Lao
ສະພາບນໍ້າຖ້ວມຈາກພະຍຸ ໂນອືນ ຢູ່ ແຂວງຈໍາປາສັກ ແລະ ສາລະວັນເຂົ້າສູ່ສະພາບປົກກະຕິແລ້ວ

ສະພາບນໍ້າຖ້ວມຈາກພະຍຸ ໂນອືນ ຢູ່ ແຂວງຈໍາປາສັກ ແລະ ສາລະວັນເຂົ້າສູ່ສະພາບປົກກະຕິແລ້ວ

ຫຼາຍເມືອງທີ່ຖືກນໍ້າຖ້ວມຈາກພະຍຸລູກໝຸນເຂດຮ້ອນໂນອຶນ ຢູ່ແຂວງຈໍາປາສັກ ແລະ ສາລະວັນ ມາ ຮອດປັດຈຸບັນສະພາບເປັນປົກກະຕິແລ້ວ, ຫຼັງຈາກພະຍຸດັ່ງກ່າວໄດ້ອ່ອນກໍາລັງລົງເປັນພະຍຸດີເປຣເຊີນແຕ່ຍັງກໍ່ໃຫ້ເກີດມີຝົນຕົກໃນລະດັບຄ່ອຍ, ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈົນຮອດມື້ ວັນທີ 20 ກັນຍາ ນີ້ .

ຕາງໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ ທ່ານ ສັງວານ ນ້ອຍວັນສີ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ກ່ຽວກັບສະພາບນໍ້າຖ້ວມຢູ່ແຂວງສາລະວັນ ວ່າ: ຢູ່ແຂວງສາລະວັນມີ 4 ເມືອງຄື: ເມືອງຕະໂອ້ຍ, ວາປີ, ສາລະວັນ ແລະ ລະຄອນເພັງ ຊຶ່ງໄດ້ຮັບຜົນກະທົບຈາກນໍ້າຖ້ວມທີ່ເກີດຈາກພະຍຸລູກໝູນເຂດຮ້ອນ ໂນອຶນໃນຄັ້ງນີ້, ແຕ່ຮອດປັດຈຸບັນຖືວ່າສະພາບແມ່ນເຂົ້າສູ່ປົກກະຕິແລ້ວ ແລະ ບໍ່ມີຝົນຕົກແລ້ວ. ຜົນເສຍຫາຍຈາກໄພທໍາມະຊາດໃນຄັ້ງນີ້ຖືວ່າບໍ່ຫຼາຍຍ້ອນວ່າເປັນພຽງຝົນຕົກໜັກຫຼາຍຊົ່ວໂມງເຮັດໃຫ້ນໍ້າຫ້ວຍ ແລະ ນໍ້າເຊ ຍຶ່ງຂື້ນຖ້ວມ, ໄຫຼຜ່ານເທົ່ານັ້ນ ແລະ ນໍ້າໄດ້ບົກແຫ້ງລົງໄວ ຈຶ່ງໄດ້ເຮັດໃຫ້ມີຜົນເສຍຫາຍບໍ່ຫຼາຍ.

ພະຍຸລູກໝຸນເຂດຮ້ອນດັ່ງກ່າວ ແມ່ນຫົວທີ 11 ໄດ້ພັດຜ່ານແຂວງຈໍາປາສັກ ແລະ ສາລະວັນໃນຄືນຂອງວັນທີ 17 ຫາ ຕອນເຊົ້າຂອງວັນທີ 18 ກັນຍາທີ່ຜ່ານມາ ຊຶ່ງ ໄດ້ເກີດມີຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ພ້ອມທັງມີລົມແຮງ ໄດ້ເຮັດໃຫ້ຫຼາຍເມືອງໂດຍສະເພາະບັນດາເມືອງທີ່ມີສາຍນໍ້າ, ຫ້ວຍນໍ້າລໍາເຊ ໄຫຼຜ່ານ ແລະ ຢູ່ແຂວງດັ່ງກ່າວ ໄດ້ຖືກນໍ້າຖ້ວມເສັ້ນທາງ, ເຮືອນ, ນາ, ຮົ້ວ-ສວນ, ໜອງປາ ແລະ ລົມໄດ້ພັດເຮືອນ, ເລົ້າເຂົ້າ, ຕົ້ນໄມ້ຫັກລົ້ມທັບເຮືອນເສຍ ຫາຍ ຈໍານວນໜຶ່ງ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກເຫດໄພທໍາມະຊາດໃນຄັ້ງນີ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply