ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.
ອີງຕາມການຕິດຕາມດ້ວຍດາວທຽມ ພົບຈຸດຄວາມຮ້ອນທັງໝົດ 1,306 ຈຸດ ສ່ວນໃຫຍ່ຢູ່ແຂວງ ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງສະຫວັນນະເຂດ ສາເຫດຫຼັກເກີດຈາກການເຜົາສິ່ງເສດເຫຼືອກະສິກຳ (Biomass burning) ໄຟລາມປ່າ ແລະ ໝອກຄວັນຂ້າມຜ່ານຊາຍແດນ.
ທ່ານນາງ ພັກກາວັນ ພິດສະໄໝ ໃຫ້ຮູ້ຕື່ມວ່າ ລັດຖະບານໄດ້ເລັ່ງປະຕິບັດມາດຕະການເຂັ້ມງວດ ຄື: 1. ຜັນຂະຫຍາຍຄຳສັ່ງເລກທີ 11/ນຍ ວ່າດ້ວຍການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, 2. ຮ່ວມມືກັນ ລາວ-ມຽນມາ-ໄທ ພາຍໃຕ້ຍຸດທະສາດ “ຟ້າໃສ” (CLEAR Sky Strategy 2024-2030), 3. ຕິດຕາມຄຸນນະພາບອາກາດຜ່ານລະບົບ Beta Ray ມາດຕະຖານ USEPA ຈາກ 14 ສະຖານີທົ່ວປະເທດ.
ເພື່ອຄວາມປອດໄພຂອງທຸກທ່ານ ກົມສິ່ງແວດລ້ອມຂໍຮຽກຮ້ອງໃຫ້: ຢຸດການເຜົາ ງົດການຈູດສິ່ງເສດເຫຼືອກະສິກຳ ແລະ ຂີ້ເຫຍື້ອຊະຊາຍ ໃນລະດູແລ້ງ ສວມໃສ່ຜ້າອັດປາກ-ດັງ ມາດຕະຖານ N95 ແລະ ຫຼີກລ່ຽງກິດຈະກຳກາງແຈ້ງ ຕິດຕາມຂໍ້ມູນທາງການຜ່ານເຟສບຸກ “ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ”.
ທີ່ມາແຫຼ່ງຂ່າວ: ວຽງຈັນໃໝ່

