ຄະນະຜູ້ແທນຈາກສະມາຄົມປ້າຍລາວ ນຳໂດຍທ່ານ ວົງນຳ ວົງວິໄລ ປະທານສະມາຄົມປ້າຍລາວ ພ້ອມຄະນະ ຈຳນວນ 20 ທ່ານ ໄດ້ເຂົ້າຮ່ວມງານວາງສະແດງສາກົນດ້ານປ້າຍໂຄສະນາ, ເຄື່ອງຈັກ ແລະ ອຸປະກອນ VietAd 2025 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 24-27 ກໍລະກົດ 2025 ຜ່ານມານີ້.
ການເຂົ້າຮ່ວມຂອງສະມາຄົມປ້າຍລາວ ໃນຄັ້ງນີ້ ເປັນການເປີດໂອກາດໃຫ້ຜູ້ປະກອບການລາວ ໄດ້ສຶກສາຮຽນຮູ້ແນວໂນ້ມໃໝ່ຂອງຕະຫຼາດ, ສ້າງເຄືອຂ່າຍທຸລະກິດ ແລະ ນຳເອົາຄວາມຮູ້ທີ່ໄດ້ໄປພັດທະນາຂະແໜງການປ້າຍໂຄສະນາພາຍໃນປະເທດລາວ ໃຫ້ກ້າວໜ້າເທົ່າທຽມກັບສາກົນ.
ງານ VietAd 2025 ເປັນເວທີສຳຄັນໃນການແລກປ່ຽນເຕັກໂນໂລຊີນະວັດຕະກຳໃໝ່ໆ ແລະ ວັດຖຸດິບທີ່ໃຊ້ໃນການຜະລິດປ້າຍໂຄສະນາ, ຊຶ່ງສະມາຄົມປ້າຍລາວ ໄດ້ເຂົ້າຮ່ວມເປັນຄັ້ງທີ 3 ແລ້ວ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກບັນດາເພື່ອນມິດສະມາຄົມປ້າຍ ສສ ຫວຽດນາມ.