ກອງປະຊຸມພົບປະ ແລະ ຈັບຄູ່ທຸລະກິດ (Business Matching Vientiane) ລະຫວ່າງ ສະມາຄົມປ້າຍລາວ (LSA) ແລະ ສະມາຄົມໂຄສະນາ ນະຄອນໂຮ່ຈິມິນ (HAA) ພ້ອມດ້ວຍ ກຸ່ມນັກທຸລະກິດຊັ້ນນຳລຸ່ມແມ່ນ້ຳຂອງ ສສ. ຫວຽດນາມ (MBC) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ເມສາ 2026 ທີ່ຜ່ານມາ ຢູ່ ໂຮງແຮມລາວເທວ ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານ ທອງເດືອນ ທຳມະວົງ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນດາວ ປະທານສະມາຄົມໂຄສະນານະຄອນໂຮ່ຈິມິນ (HAA) ເຊິ່ງມີບັນດານັກທຸລະກິດຈາກ ສສ. ຫວຽດນາມ ເຂົ້າຮ່ວມ 24 ບໍລິສັດ ແລະ ຝ່າຍລາວຈາກສະມາຄົມປ້າຍລາວ 20 ກວ່າບໍລິສັດ.
ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຖືເປັນຄັ້ງທຳອິດຂອງຄະນະຜູ້ແທນສະມາຄົມໂຄສະນາຫວຽດນາມ ພາຍຫຼັງທີ່ສະມາຄົມປ້າຍລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນງານວາງສະແດງເທັກໂນໂລຢີປ້າຍໂຄສະນາ ແລະ ການພິມ ທີ່ນະຄອນໂຮ່ຈິມິນ ໃນໄລຍະຜ່ານມາ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ມີການແນະນຳທຸລະກິດ ແລະ ປຶກສາຫາລືການຮ່ວມມືຮ່ວມກັນ. ໂອກາດດຽວກັນນີ້, ຍັງໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຫຼາຍສະບັບ ເພື່ອວາງຮາກຖານໃນການຮ່ວມມືກັນໃນດ້ານຕ່າງໆ ໃຫ້ມີຄວາມເລິກເຊິ່ງ ແລະ ຍືນຍາວ ບົນພື້ນຖານການຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.
ກອງປະຊຸມປິດລົງດ້ວຍຜົນສຳເລັດ ເຊິ່ງຝ່າຍຫວຽດນາມ ຍັງໄດ້ກ່າວເຊີນຄະນະຜູ້ແທນສະມາຄົມປ້າຍລາວ ເຂົ້າຮ່ວມງານວາງສະແດງ Viet Ad 2026 ທີ່ຈະຈັດຂຶ້ນທີ່ນະຄອນໂຮ່ຈິມິນ ໃນໄລຍະກາງປີ 2026 ນີ້ອີກດ້ວຍ.

