Vientiane Times Lao
ສະມາ​ຄົມ​ມິດຕະພາບ​ຫວຽດນາມ-ລາວ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອຕ້ານພະຍາດ ໂຄວິດ-19

ສະມາ​ຄົມ​ມິດຕະພາບ​ຫວຽດນາມ-ລາວ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອຕ້ານພະຍາດ ໂຄວິດ-19

ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອເປັນການປ້ອງກັນການແຜ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ.

ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 21 ເມສາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຊິ່ງມອບໂດຍ ທ່ານ ຫງວຽນແມ້ງຮຸ່ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ຮັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ ສະມາຄົມມິດຕະພາບລາວ-ຫວຽດນາມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີຊຸດເຄື່ອງນຸ່ງແພດໝໍ 500 ຊຸດ ແລະ ຜ້າອັດປາກ-ດັງ 18.500 ອັນ, ໃນນັ້ນມີຜ້າອັດປາກ-ດັງ ທາງການແພດ 17.500 ອັນ ແລະ ຜ້າອັດປາກ-ດັງທຳມະດາ 1.000 ອັນ ລວມມູນຄ່າ 130 ລ້ານດົງ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄ ວິດ-19 ຢູ່ ສປປ ລາວ.

​​ກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈ ຢ່າງຈິງໃຈມາຍັງ ທ່ານ ຫງວຽນແມ້ງຮຸ່ງ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າຈະນຳເຄື່ອງຊ່ວຍເຫຼືອນີ້ໄປຍັງ​​ພາກສ່ວນທີ່ກ່ຽວຂ້ອງ ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ລາວຢ່າງມີປະສິດທິຜົນສູງ.

​​ໃນໂອກາດນີ້ ທ່ານ ຫງວຽນແມ້ງຮຸ່ງ ກໍ່ໄດ້ອວຍພອນຜູ້ນຳພັກ-ລັດ ແລະ ປະຊາຊົນລາວຈົ່ງຜ່ານພົ້ນວິກິດໂຄວິດ-19 ໂດຍໄວ ແລະ ພ້ອມກັນສ້າງສາ ແລະ ພັດທະນາປະເທດໃຫ້ນັບມື້​ນັບຂະຫຍາຍຕົວ, ເນື່ອງໃນໂອກາດ​​ປີໃໝ່ລາວ ພສ 2563 ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າຈົ່ງມີແຕ່ຄວາມຜາສຸກ ພ້ອມກັນຜ່ານຜ່າຄວາມຍຸ້ງຍາກຈາກພະຍາດໂຄ ວິດ-19 ແລະ ກັບຄືນສູ່ສະພາບ​​ປົກກະຕິ​​​ໂດຍໄວ.

ຂ່າວ: ວຽງຈັນທາຍ   

Related Articles

Leave a Reply