Vientiane Times Lao
ສະຫວັນນະເຂດ ຈະຜະລິດເຂົ້ານາແຊງໃຫ້ ໄດ້ 3,000 ເຮັກຕາ

ສະຫວັນນະເຂດ ຈະຜະລິດເຂົ້ານາແຊງໃຫ້ ໄດ້ 3,000 ເຮັກຕາ

ແຂວງ ສະຫວັນນະເຂດ ວາງຄາດໝາຍຜະລິດເຂົ້ານາແຊງໃຫ້ໄດ້ 3,000 ເຮັກຕາ ໂດຍຈະສຸມໃສ່ 4 ເມືອງ ທີ່ ຖືກ ຜົນກະທົບ ຈາກໄພນໍ້າຖ້ວມ ຄື: ເມືອງ ຈໍາພອນ, ຊົນບູລີ, ສອງຄອງ ແລະ ໄຊບູລີ ລວມເນື້ອທີ່ 28,000 ກວ່າເຮັກຕາ. ປະຈຸບັນ ປະຕິບັນໄດ້ແລ້ວ 2,400 ເຮັກຕາ ຫຼື ເທົ່າກັບ 80 ສ່ວນຮ້ອຍຂອງແຜນການ.

ທ່ານ ບູນເດດ ຈັນທອງທິດ ຮັກສາການຫົວໜ້າພະແນກ ກະສີກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ໄດ້ໃຫ້ສໍາພາດ ຫວ່າງບໍ່ດົນມານີ້ວ່າ: ພວກເຮົາໄດ້ ສຸມໃສ່ປົວແປງຊົນລະ ປະທານ ແລະ ຄອງເໝືອງທີ່ເປ່ເພ ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນໄລຍະຜ່ານມາ ເພື່ອຮັບປະກັນຜົນຜະລິດລະດູແລ້ງ, ແຕ່ງຕັ້ງນັກວິຊາການ ນໍາພາປະຊາຊົນປັບປຸງ ລະບົບຄອງເໝືອງ ເຮັດຝາຍຊົ່ວຄາວ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ນັກວິຊາການລົງປະຈໍາ ໂຄງການຕ່າງໆ ເພື່ອໃຫ້ຄໍາແນະນໍາໃຫ້ຊາວ ກະສີກອນ ເອົາໃຈໃສ່ໃນການ ຜະລິດ ເພື່ອຮັບປະກັນຜົນ ຜະລິດລະດູແລ້ງປີນີ້ ໃຫ້ມີປະສິດທິຜົນ.

ທ່ານ ບູນເດດ ຈັນທອງທິດ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ສຳລັບແຜນການຕ້ານແລ້ງປີນີິ້ ໄດ້ປຸກລະດົມປະຊາຊົນຊ່ວຍກັນປະຢັດນໍ້າ ບໍ່ໃຫ້ປ່ອຍນໍ້າຖິ້ມ ແລະ ຊ່ວຍປະຊາຊົນຕັນນໍ້າຢູ່ຫ້ວຍຮ່ອງຕ່າງໆ ເພື່ອ ກັກເກັບນໍ້າສະໜອງໃຫ້ການຜະລິດລະດູແລ້ງປີນີ້.

ຂ່າວ: ບົວຜັນ

Related Articles

Leave a Reply