Vientiane Times Lao
ສະຫວັນນະເຂດ ເຂັ້ມງວດຄຸ້ມຄອງລາຄາສິນຄ້າ

ສະຫວັນນະເຂດ ເຂັ້ມງວດຄຸ້ມຄອງລາຄາສິນຄ້າ

ແຂວງສະຫວັນນະເຂດ ກໍ່ຄືແຂວງອື່ນໆ ໃນຂອບເຂດທົ່ວປະເທດ ທີ່ມີການເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ເພື່ອບໍ່ໃຫ້ພໍ່ຄ້າແມ່ຄ້າສວຍໂອກາດຂຶ້ນລາຄາ ໃນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ທີມງານຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເມື່ອບໍ່ດົນມານີ້ໄດ້ລົງຕິດຕາມ-ກວດກາບັນດາຕະຫຼາດ ພາຍໃນເທດສະບານແຂວງ ໂດຍອີງຕາມການແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂດ ໃນໂອກາດທີ່ເກີດການລະບາດຂອງພະຍາດ ໂຄວິດ-19, ໃນການປິດຕະຫຼາດ ແລະ ຮ້ານຂາຍເຄື່ອງທີ່ບໍ່ຈຳເປັນ ເຊັ່ນ: ຮ້ານຂາຍເຄື່ອງຍ່ອຍ, ຮ້ານຂາຍເສື້ອ-ຜ້າ, ແຜ່ນແພ ໃນທົ່ວແຂວງ ແລະ ອະນຸຍາດໃຫ້ຂາຍສະເພາະສິນຄ້າປະເພດກະສິກຳ ຕອບສະໜອງໃຫ້ການບໍລິໂພກປະຈຳວັນເທົ່ານັ້ນ.

ຜ່ານການຕິດຕາມ-ກວດກາ ເຫັນວ່າລາຄາສິນຄ້າຕາມທ້ອງຕະຫຼາດ ສ່ວນໃຫຍ່ຍັງມີລາຄາຄົງເດີມ, ຍັງບໍ່ມີຜູ້ສວຍໂອກາດຂຶ້ນລາຄາ, ພ້ອມດຽວກັນ ທີມງານຈາກພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ກໍ່ໄດ້ແນະນຳໃຫ້ຜູ້ຂາຍສິນຄ້າ ໃຫ້ຕິດລາຄາໃສ່ສິນຄ້າ ເພື່ອ ຄວາມໂປ່ງໃສທັງຜູ້ຊື້ ແລະ ຜູ້ຂາຍ.

ທ່ານ ໂພສີສ້ອຍ ກຸທິລາດ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ກໍ່ໄດ້ຮຽກຮ້ອງມາຍັງ ພໍ່ຄ້າຊາວຂາຍ, ຈົ່ງພ້ອມກັນເຫັນໃຈ ແລະ ຮ່ວມກັນຈັດຕັ້ງປະຕິບັດທຸກມະຕິຄຳສັ່ງ ທີ່ທາງຂັ້ນເທິງວາງອອກ, ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ໃຫ້ປອດໄພຈາກເຊື້ອພະຍາດ ໂຄວິດ-19 ຈົນກວ່າພະຍາດລະບາດຄັ້ງນີ້ຈະສາມາດຄວບຄຸມໄດ້ຢູ່ໃນສະພາບປົກກະຕິ.

ການລົງຕິດຕາມ-ກວດກາ ໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກ ທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ ການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມ ເພື່ອຕ້ານພະຍາດ ໂຄວິດ-19 ແລະ ຄໍາສັ່ງແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບ ເລກທີ 758/ຈສ,ສຂ, ລົງວັນທີ 2/4/2020 ເຊິ່ງໄດ້ລະບຸໄວ້ ກ່ຽວກັບກ່ານປິດຕະຫຼາດ ແລະ ຮ້ານຂາຍເຄື່ອງ ທີ່ບໍ່ຈຳເປັນ ໃນທົ່ວແຂວງ ແລະ ອະນຸຍາດໃຫ້ ຂາຍສະເພາະສິນຄ້າປະເພດ ກະສິກຳ ແລະ ອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ເພື່ອຕອບສະໜອງໃຫ້ການບໍລິໂພກ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມ ສະຫວັນພັດທະນາ)

ພາບ:​ ໜັງສືພິມ ສະຫວັນພັດທະນາ

Related Articles

Leave a Reply