ມື້ວັນທີ 9 ກໍລະກົດ 2021 ນີ້, ສປປ ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 68 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າກວດວິເຄາະຫາເຊື້ອທັງໝົດ 1.460 ຄົນ (ນະຄອນຫຼວງ 333 ຄົນ) ຊຶ່ງຈໍານວນຜູ້ກວດພົບເຊື້ອໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 7 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ 1 ຄົນ (ຕິດເຊື້ອໃນຊຸມຊົນ), ຄໍາມ່ວນ 1 ຄົນ (ກໍລະນີນໍາເຂົ້າ), ສະຫວັນນະເຂດ 40 ຄົນ (ກໍລະນີນໍາເຂົ້າ) ແລະ ຈໍາປາສັກ 19 ຄົນ (ກໍລະນີນໍາເຂົ້າ). ເມື່ອເບີ່ງຈໍານວນຜູ້ຕິດເຊື້ອແລ້ວເຫັນວ່າ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈໍານວນຫຼາຍໃນແຕ່ລະວັນ ຊຶ່ງໃນໄລຍະ 6 ວັນມານີ້, ນັບແຕ່ວັນທີ 4-9 ກໍລະກົດ 2021 ນີ້ແຂວງສະຫວັນນະເຂດກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 111 ຄົນ ແລະ ແຂວງຈໍາປາສັກ ມີຜູ້ຕິດເຊື້ອເຖິງ 169 ຄົນ.
ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມ 2.537 ຄົນ, ໃນນີ້ປິ່ນປົວຫາຍດີ 2.107 ຄົນ, ຍັງນອນປິ່ນປົວ 427 ຄົນ ແລະ ເສຍຊີວິດ 3 ຄົນ.