ແຂວງສະຫວັນນະເຂດ ໃຫ້ຄວາມສໍາຄັນໃນການແຍກປ່ຽວຊາວຜູ້ອອກແຮງງານລາວ ທີ່ເດີນທາງກັບຈາກປະເທດໄທ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19.
ສູນແຍກປ່ຽວຢູ່ເມືອງພີນ ແລະ ເມືອງເຊໂປນ ແມ່ນສູນໜຶ່ງໃນຫຼາຍໆສູນ ຢູ່ແຂວງສະຫວັນນະເຂດ ທີ່ເປັນບ່ອນພັກຊົ່ວຄາວສໍາລັບຊາວ ຜູ້ອອກແຮງງານລາວ ພາຍຫຼັງທີ່ກັບມາຈາກປະເທດໄທ ນັບແຕ່ວັນທີ 24 ມີນາ 2020 ເຖິງປະຈຸບັນ.
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍທີມແພດຈາກ ພະແນກສາລະນະສຸກແຂວງ ວິຊາການທີ່ກ່ຽວຂ້ອງ ໃນວັນທີ 4 ເມສາ 2020 ໄດ້ລົງຢ້ຽມຢາມຕິດຕາມສູນແຍກປ່ຽວຂອງແຮງງານລາວ ທີ່ມາຈາກປະເທດກຸ່ມສ່ຽງ ແລະ ມາຈາກນະຄອນຫຼວງວຽງຈັນ ຢູ່ເມືອງພີນ ແລະ ເມືອງເຊໂປນ.
ໂອກາດນີ້ ທ່ານ ສາລີ ວິນລາວັນ ເຈົ້າເມືອງພີນ ພ້ອມດ້ວຍຄະນະສະເພາະກິດ ທີ່ຕິດຕາມຢູ່ສູນດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ສູນແຍກປ່ຽວ ແຫ່ງນີ້ ແມ່ນໄດ້ເປີດຮັບຜູ້ໄປອອກແຮງງານ ທີ່ກັບມາຈາກຕ່າງປະເທດ ຕັ້ງແຕ່ວັນທີ 24 ມີນາ ເຖິງປະຈຸບັນ, ມີຈຳນວນຄົນທັງໝົດ 861 ຄົນ, ຍິງ 491 ຄົນ, ໃນນັ້ນ ມີຫວຽດນາມ 3 ຄົນ, ຍິງ 1 ຄົນ, ໄທ 1 ຄົນ, ໄດ້ແບ່ງເປັນ 13 ສູນ.
ສໍາລັບຢູ່ເມືອງເຊໂປນ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມຄະນະສະເພາະກິດເມືອງ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວເມືອງເຊໂປນມີສູນແຍກປ່ຽວ 1 ສູນ, ມີຈຳນວນຜູ້ອອກແຮງງານທີ່ເຂົ້າມາໃນສູນມີ 57 ຄົນ, ຍິງ 26 ຄົນ, ຜູ້ອອກແຮງງານລາວມາແຕ່ໄທ 47 ຄົນ, ຍິງ 23 ຄົນ, ມາແຕ່ນະຄອນຫຼວງວຽງ ຈັນ 11 ຄົນ, ຍິງ 3 ຄົນ, ນັກສຶກສາລາວມາແຕ່ຫວຽດນາມ 1 ຄົນ, ພ້ອມນີ້ກໍ່ໄດ້ສົ່ງກັບບ້ານແລ້ວ 1 ຄົນ ພາຍຫຼັງຢູ່ຄົບຕາມກຳນົດເວລາ 14 ວັນ ແລະ ໄດ້ຍົກຍ້າຍໄປສູນແຍກປ່ຽວ ຢູ່ເມືອງທ່າແຂກ, ແຂວງຄຳມ່ວນ 1 ຄົນ.
ການປະຕິບັດຢູ່ໃນສູນ ແມ່ນມີການຮັກສາໄລຍະຫ່າງ, ການກິນ, ການນອນ ແລະ ການຢູ່ຮ່ວມກັນ, ໃນນັ້ນ ແຕ່ລະຫ້ອງຄະນະສະເພາະກິດ ໄດ້ມີເຈວລ້າງມື ແລະ ຜ້າອັດປາກ-ດັງ ມີໄວ້ໃຫ້ ເປັນປະຈຳ ພ້ອມທັງມີການວັດແທກອຸນຫະພູມຮ່າງກາຍ ມື້ໜຶ່ງ 2 ເທື່ອ (ເຊົ້າ-ແລງ). ຜ່ານການຈັດຕັ້ງໃນແຕ່ລະສູນທັງສອງເມືອງເຫັນວ່າ ຍັງບໍ່ພົບກໍລະນີສົງໄສ ກ່ຽວກັບພະຍາດໂຄວິດ-19.
ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ກ່າວ ຍ້ອງຍໍຊົມເຊີຍ ແລະ ໃຫ້ກຳລັງໃຈຄະນະສະເພາະກິດ ແລະ ໄດ້ຮຽກຮ້ອງໃຫ້ຜູ້ໄປອອກແຮງ ງານທີ່ຖືກແຍກປ່ຽວຈົ່ງພ້ອມກັນອົດທົນ, ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອເປັນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ໃຫ້ລຸລ່ວງໄປ ໄດ້ດ້ວຍດີ ແລະ ມີຄວາມປອດໄພທຸກໆຄົນ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມສະຫວັນພັດທະນາ)
ພາບ: ໜັງສືພິມສະຫວັນພັດທະນາ