ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ສປປ ລາວໄດ້ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ສາຍພັນເດວຕາແລ້ວ 9 ຄົນ ຈາກແຮງງານລາວທີ່ກັບຄືນປະເທດ ຊຶ່ງກວດພົບ ຢູ່ແຂວງຈໍາປາສັກ 3 ຄົນ, ສະຫວັນນະເຂດ 4 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ. ແຮງງານທີ່ກັບຄືນປະເທດມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດໂຄວິດ-19 ສາຍພັນດັ່ງກ່າວ ຊຶ່ງໃນອະ ນາຄົດໄວໆນີ້ສາຍພັນເດວຕາຈະມາທົດແທນສາຍພັນອາວຟາ ແລະ ສາຍພັນດັ່ງເດີມ ນັ້ນໝາຍຄວາມ ວ່າ ປະຊາຊົນລາວອາດຈະປະເຊີນ ຫຼື ມີການລະ ບາດຂອງສາຍພັນເດວຕາຖ້າບໍ່ມີການປ້ອງກັນທີ່ດີ ແລະ ບໍ່ມີສ່ວນຮ່ວມຈາກສັງຄົມ. ສໍາລັບຜູ້ທີ່ໄດ້ຮັບ ການສັກວັກຊິນຄົບ 2 ເຂັມນັ້ນກໍ່ຈະສາມາດສ້າງ ພູມຕ້ານທານກ່ຽວກັບການຕິດສາຍພັນດັ່ງກ່າວ ຫຼື ສາຍພັນອື່ນໆໄດ້ສູງ ຫຼື ຖ້າຕິດເຊື້ອກໍ່ຈະບໍ່ມີອາການ ຮຸນແຮງ.
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້, ສາຍພັນເດວຕາຊຶ່ງເປັນສາຍພັນພະຍາດໂຄວິດ-19 ທີ່ຮ້າຍແຮງ ແລະ ໜ້າເປັນຫ່ວງໄດ້ແຜ່ລະບາດຫຼາຍ ຢູ່ປະເທດອາເມຣິກາ (50 ລັດ) ແລະ ເອີຣົບ, ລວມ ແລ້ວ 95 ປະເທດ, ສາຍພັນເດວຕາແມ່ນສາມາດ ຕິດໄດ້ງ່າຍ ແລະ ເຮັດໃຫ້ມີອາການຮຸນແຮງ, ໄດ້ພົບ ຫຼາຍຢູ່ບັນດາປະເທດທີ່ມີອັດຕາການສັກຢາວັກຊິນຕໍ່າ ແລະ ມີອັດຕາການແຜ່ເຊື້ອສູງກວ່າສາຍພັນ ອາວຟາ ເຖິງ 60%.
ຂ່າວ: ວຽງຈັນທາຍ