Vientiane Times Lao
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 866 ລາຍການ

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 866 ລາຍການ

ຄະນະຮັບຜິດຊອບອາຫານ ແລະ ຢາ ຫ້ອງການສາທາລະນະສຸກເມືອງຕະໂອ້ຍ ແຂວງສາລະວັນ ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາສິນຄ້າປະເພດເຄື່ອງບໍລິໂພກ-ອຸປະໂພກທີ່ເສຍທາດ, ເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ເມື່ອມໍ່ໆມານີ້ຢູ່ 30 ຮ້ານໃນເທສະບານເມືອງຕະໂອ້ຍ, ໃນນັ້ນ ມີ 21 ຮ້ານທີ່ໄດ້ກວດພົບ ແລະ ຢຶດສິນຄ້າໝົດອາຍຸປະເພດ ເຂົ້າໜົມ, ເຄື່ອງດື່ມ, ເຄື່ອງສໍາອາງ, ໂຈກ, ເສັ້ນໝີ່ ແລະ ນົມ ລວມມີ 866 ລາຍການ.

ແຫຼ່ງຂ່າວ: ກິລິຍາ ຄໍາຫຼ້າ ວິຍາເກດ

Related Articles

Leave a Reply