ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ປະຈໍາ ສປປ ລາວ ຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ ກ່ຽວກັບໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນ ໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ.
ໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດທີ່ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງອຸດົມໄຊ ເພື່ອບໍລິການຮັບໃຊ້ ຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຢູ່ໃນ ສປປ ລາວ ໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບ ໂດຍບໍ່ໄດ້ເສຍຄ່າ.
ໂຄງການນີ້ ຈະສ້າງໃຫ້ວຽກງານການແພດຟື້ນຟູໜ້າທີ່ການ ມີຄວາມເຂັ້ມແຂງ, ມີຄຸນນະພາບ ພ້ອມທັງຍົກລະດັບຄວາມຮູ້ ຄວາມສາມາດ ຂອງບຸກຄະລາກອນ ທາງດ້ານການແພດຟື້ນຟູໜ້າທີ່ການ, ກໍ່ສ້າງໂຄງລ່າງພື້ນຖານ ຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊ ໃຫ້ໄດ້ມາດຕະຖານຮັບປະກັນຄວາມປອດໄພ ແລະ ໄດ້ສະໜອງອຸປະກອນການແພດ ເປັນຕົ້ນ ອົງຄະທຽມ, ເຄື່ອງຄໍ້າຊູ, ເຄື່ອງຊ່ວຍຊູ ໃຫ້ຄົບຊຸດ ແລະ ທັນສະໄໝ.
ພິທີລົງນາມການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ດຣ ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ຊອງຊູ ໂອ ຫົວໜ້າອົງການຮ່ວມມືສາກົນ ສ ເກົາຫຼີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.