ທ່ານ ຄຳພາ ແສງດາຮາ ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈງ ແລະ ຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດ ຫວ່າງບໍ່ດົນມານີ້ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສານປະຊາຊົນສູງສຸດ ສາມາດກວດສອບ ແລະ ໄດ້ພົບການຕັດສິນຄະດີ ທີ່ບໍ່ຖືກຕ້ອງ ແລະ ບໍ່ເປັນທຳໃນຫຼາຍຄະດີ ໃນຊຸມປີຜ່ານມາ ສາເຫດແມ່ນ ເກີດຈາກຫຼາຍບັນຫາ, ເປັນຕົ້ນ ແມ່ນມາຈາກຄວາມຮັບຜິດຊອບຂອງຄະນະ ຜູ້ພິພາກສາຍັງບໍ່ສູງ, ການເກັບກຳຂໍ້ມູນບໍ່ໄດ້ລົງໄປເບີ່ງຕົວຈິງໃນທີ່ເກີດເຫດ, ຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາ ຍັງມີຄວາມຮູ້ ແລະ ຄວາມສາມາດຈຳກັດ, ຂະບວນການດຳເນີນຄະດີ ການໂຕ້ແຍ້ງຄະດີ ແລະ ການໂຕ້ຖຽງໃນການເປີດ ປະຊຸມສານຍັງບໍ່ເລິກເຊີ່ງ, ມີບາງຄະດີມີຄວາມບໍ່ໂປ່ງໃສ, ບາງຄະດີຄູ່ຄວາມ ບໍ່ໃຫ້ຄວາມຮ່ວມມືຕໍ່ຜູ້ພິພາກສາ, ການຮ່ວມມືລະຫວ່າງເຈົ້າໜ້າທີ່ຕຳຫຼວດ ແລະ ໄອຍະການສານບໍ່ທັນລົງໂຕ, ຂອບກົດໝາຍເຮັດໃຫ້ມີການຕັດສິນຫຍຸ້ງຍາກ, ປະເທດລາວຍັງບໍ່ທັນມີຈຸດສິ້ນສຸດຂອງຄະດີ ເພາະບາງຄະດີຮອດສານ ຂັ້ນລົບລ້າງແລ້ວຍັງໄປຕໍ່ໄດ້ອີກ ແລະ ອື່ນໆ.
ທ່ານ ຄຳພາ ໄດ້ກ່າວຕື່ມວ່າ: ທັງໝົດບັນຫາເຫລົ່ານັ້ນ ແມ່ນຄວາມຈິງ ແລະ ສານປະຊາຊົນສູງສຸດຖືເອົາບັນຫາດັ່ງກ່າວເປັນຈຸດສູມເພື່ອແກ້ໄຂຂໍ້ຜິດພາດຕ່າງໆ ໃນປີຜ່ານມາ ແລະ ຈະສືບຕໍ່ແກ້ໄຂໃນປີຕໍ່ໜ້າ ເພື່ອຮັບປະກັນບໍ່ໃຫ້ມີຂໍ້ຕັດສິນ ທີ່ຜິດພາດ ແລະ ບໍ່ເປັນທຳ. ນອກຈາກນັ້ນໃນຕໍ່ໜ້າຈະເຮັດໃຫ້ການຕັດສິນຄະດີມີຄວາມວອງໄວ, ມີຄຸນນະພາບ ແລະ ຍຸດຕິທຳ.
ຂ່າວ: ສົມພາວັນ
ພາບ: ຄຳພັນ