Vientiane Times Lao
ສານ ແຂວງອຸດົມໄຊ ຕັດອິດສະຫຼະພາບ 3 ເດືອນ ຊາຍໜຸ່ມ ຂໍ້ຫາ ມີການຊື້-ຂາຍຄອບຄອງ ໃບກະທ້ອມ, ກັນຊາແຫ້ງໄວ້ໃນຄອບຄອງ

ສານ ແຂວງອຸດົມໄຊ ຕັດອິດສະຫຼະພາບ 3 ເດືອນ ຊາຍໜຸ່ມ ຂໍ້ຫາ ມີການຊື້-ຂາຍຄອບຄອງ ໃບກະທ້ອມ, ກັນຊາແຫ້ງໄວ້ໃນຄອບຄອງ

ສານປະຊາຊົນຂັ້ນຕົ້ນເຂດ 1 ແຂວງອຸດົມໄຊ ໄດ້ລົງໂທດຕັດອິດສະຫຼະພາບທ້າວ ບຸນມີໄຊ ເຊີນ ອາຍຸ 25 ປີ ບ້ານ ພູຂຽວ, ເມືອງໄຊ ແຂວງອຸດົມໄຊ ປະຕິບັດໂທດທາງອາຍາ 3 ເດືອນ ແລະ ປັບໃໝ 6 ລ້ານກີບ, ຮິບຂອງກາງປະເພດກັນຊາແຫ້ງ 2 ຖົງນ້ອຍ 3,8 ກຣາມ, ເຄຕາມິນ 1 ຖົງນ້ອຍ 0,3 ກຣາມ, ໃບກະທ້ອມ 11 ຖົງ 11 ກຣາມ, ຢາດີໄອ (DATISSN) 278 ກ່ອງ ແລະ ນໍ້າກະທ້ອມ 11 ຕຸກ ຂອງຈໍາເລີຍ ມາທໍາລາຍຖີ້ມ.

ໃນວັນທີ 27 ສິງຫາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມສານປະຊາຊົນເຂດ 1 ແຂວງອຸດົມໄຊ ໄດ້ຜ່ານຄຳຖະແຫຼງຂອງອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ສະບັບເລກທີ່ 09/ອຍກ. ເຂດ I ລົງວັນທີ່ 8 ສິງຫາ 2025 ກ່ຽວກັບຄະດີ ທ້າວ ບຸນມີໄຊ ເຊີນ ຈຳລີຍ ໃນຂໍ້ຫາວ່າ: ມີການຊື້-ຂາຍຄອບຄອງ ໃບກະທ້ອມ, ນໍ້າກະທ້ອມ ແລະ ກັນຊາແຫ້ງ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຂອງກາງຈຳນວນດັ່ງກ່າວແມ່ນຂອງຕົນແທ້ຖືກກັກຕົວວັນທີ 28 ພຶດສະພາ 2025, ດັ່ງນັ້ນ ສານປະຊາຊົນຂັ້ນຕົ້ນເຂດ 1 ແຂວງອຸດົມໄຊ ຈຶ່ງໄດ້ລົງໂທດຕັດອິດສະຫຼະພາບຜູ້ກ່ຽວ.

Related Articles

Leave a Reply