Vientiane Times Lao
ສາມພາກສ່ວນ ຮ່ວມມືແລກປ່ຽນທາງວິຊາການ ວຽກງານສໍາຄັນຫຼາຍດ້ານ 

ສາມພາກສ່ວນ ຮ່ວມມືແລກປ່ຽນທາງວິຊາການ ວຽກງານສໍາຄັນຫຼາຍດ້ານ 

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ວຽກງານສໍາຄັນຫຼາຍດ້ານ ຂອງ ສປປ ລາວ.  

ຈຸດປະສົງການລົງນາມການຮ່ວມມື ດັ່ງກ່າວ ເພື່ອສ້າງຄວາມຮ່ວມມືໃນການຊຸກຍູ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງອົງການ: ວຽກງານຄົ້ນຄວ້າວິທະຍາສາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ເປັນຈຸດປະສານງານ ແລະ ເຄືອຂ່າຍການຄົ້ນຄວ້າວິທະຍາສາດດ້ານການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທີ່ເຂັ້ມແຂງ, ມີຄວາມເປັນເອກະພາບ, ສາມາດສະໜອງຂໍ້ມູນ, ຂໍ້ສະເໜີແນະ ແລະ ໃຫ້ຄໍາປຶກສາທາງດ້ານວິຊາການໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ເສີມສ້າງຂີດຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

ເນື້ອໃນການຮ່ວມມືແມ່ນປະກອບດ້ວຍການກໍ່ສ້າງຊັບພະຍາກອນມະນຸດ, ການແລກປ່ຽນນັກຄົ້ນຄວ້າ, ຄູສອນ ແລະ ຜູ້ບັນຍາຍພິເສດ, ການແລກປ່ຽນຜົນການຄົ້ນຄວ້າ ແລະ ຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ, ການເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຮ່ວມມືກັນຊອກຫາແຫຼ່ງທຶນ ຈາກແຫຼ່ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດຕາມພາລະບົດບາດຂອງແຕ່ລະຝ່າຍ ແລະ ຕາມການມອບໝາຍຂອງຂັ້ນເທິງ ແລະ ຂົງເຂດອື່ນໆ ທີ່ທັງສາມຝ່າຍເຫັນດີເປັນເອກະພາບຮ່ວມກັນ.

ສໍາລັບ ພິທີລົງນາມການຮ່ວມມື ຄັ້ງນີ້  ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ວມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Related Articles

Leave a Reply