ແຂວງສາລະວັນ ກໍ່ຄືກັບແຂວງອື່ນໆ ໃນທົ່ວປະເທດ ທີ່ມີການເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນການແຜ່ລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19.
ທ່ານ ບຸນອ້ອມ ເດດນະຄອນ ຫົວໜ້າຈັດສັນຕະຫຼາດເທດສະບານເມືອງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ວ່າ ພາຍຫຼັງທີ່ໄດ້ມີຄໍາສັ່ງນາຍົກ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີເອົາໃຈໃສ່ສະກັດກັ້ນການແຜ່ລະບາດ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອ ຕ້ານພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19, ຢູ່ເທດສະບານເມືອງສາລະວັນກໍ່ໄດ້ເອົາໃຈໃສ່ໂຄສະນາທາງໂທລະໂຄ່ງ ແນະນໍາໃຫ້ແມ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນ ທີ່ໄດ້ເຂົ້າມາໃນທ້ອງຕະຫຼາດໄດ້ມີສະຕິລະວັງຕົວ, ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ແລະ ວິທີປ້ອງກັນການແຜ່ເຊື້ອຂອງພະຍາດດັ່ງກ່າວ.
ພ້ອມດຽວກັນນີ້ ເພື່ອແນໃສ່ຍົກລະດັບການຈັດຕັ້ງປະຕິບັດມາດຕະການຕ່າງໆໃຫ້ມີປະສິດທິຜົນສູງ ຍັງໄດ້ປະຕິບັດຕາມມາດຕະການ ແລະ ຄວບຄຸມພະຍາດດັ່ງກ່າວຢ່າງເຂັ້ມງວດ ເປັນຕົ້ນໄດ້ເຜີຍແຜ່ບັນດານິຕິກໍາ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມພະ ຍາດອັກເສບປອດ ໂຄວິດ-19 ຂອງລັດຖະບານ, ໂດຍສະເພາະຢູ່ພາຍໃນທ້ອງຕະຫຼາດ ຂອງ ກໍ່ໄດ້ມີການຕິດຕາມການສວຍໂອກາດ ຂຶ້ນລາຄາສິນຄ້າ, ຈັດສັນສະຖານທີ່ຂາຍເຄື່ອງບໍ່ໃຫ້ແອອັດ, ຕ້ອງໃຫ້ຫ່າງກັນ 1-2 ແມັດ, ຕ້ອງໃສ່ຜ້າອັດປາກ-ອັດດັງ, ທໍາຄວາມສະອາດທຸກຄັ້ງໃນເວລາທີ່ຈະເຂົ້າ ຫຼື ອອກຈາກຕະຫຼາດ, ລ້າງມືໃສ່ສະບູ ຫຼື ເຈວ ລ້າງມື.
ນັບມາຮອດ ວັນທີ 7 ເມສາ 2020 ທົ່ວປະ ເທດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 14 ຄົນ ເພດຍິງ 6 ຄົນ. ສໍາລັບຜູ້ຕິດ ເຊື້ອພະຍາດໂຄວິດ-19 ກວດພົບຢູ່ນະຄອນຫຼວງວຽງຈັນ 11 ຄົນ ເປັນຊາວຕ່າງ ຊາດ 1 ຄົນ ແລະ ຢູ່ນະຄອນຫຼວງພະບາງ 3 ຄົນ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ສື່ມວນຊົນແຂວງສາລະວັນ)
ພາບ: ກິນດາວັນ