ສະພາກາແດງຈີນ ສາຂາກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ແລະ ອົງການກາແດງແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຮ່ວມມືຂອງອົງການກາແດງ ປະຈຳປີ 2025 ຂຶ້ນໃນວັນທີ 18 ກັນຍາ 2025 ທີ່ແຂວງຫຼວງພະບາງ ໂດຍມີ ທ່ານ ນາງ ຊູຫົງຈິ້ງ (SuHongjing) ຮອງປະທານກາແດງກິ່ງແຂວງສິບສອງພັນນາ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນຈາກແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.
ໃນກອງປະຊຸມ ຕາງໜ້າແຕ່ລະແຂວງ ໄດ້ມີການປຶກສາຫາລືວຽກງານຮ່ວມກັນຫຼາຍດ້ານ ໂດຍເຫັນດີເປັນເອກະພາບຮ່ວມກັນສ້າງເປັນບົດບັນທຶກ ເພື່ອສືບຕໍ່ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ຮັບຮອງເອົາບົດສະຫຼູບວຽກງານກາແດງ ແລະ ການຈັດຕັ້ງປະຕິບັດການຮ່ວມມື 2 ປີຜ່ານມາ ນັບແຕ່ໄດ້ລົງລາຍເຊັນຄັ້ງທໍາອິດ ທີ່ເມືອງລ້າ ສປ ຈີນ ໃນວັນທີ 2 ທັນວາ 2023 ແລະ ເຫັນດີເປັນເອກະພາບສືບຕໍ່ປະຕິບັດແຜນຮ່ວມມື ແຕ່ເດືອນກັນຍາ 2025 ເຖິງເດືອນກັນຍາ 2028 ຊຶ່ງປະກອບມີ:
ສືບຕໍ່ສ້າງກົນໄກການປະຊຸມຮ່ວມ ກອງປະຊຸມວຽກງານກາແດງຮ່ວມ ລະຫວ່າງ 4 ແຂວງ ປີລະຄັ້ງ ເພື່ອແລກປ່ຽນປະສົບການ ໃນວຽກງານແຕ່ລະດ້ານ, ຈັດຊຸດຝຶກອົບຮົມຍົກລະດັບຄວາມສາມາດຂອງກາແດງ, ຈັດຕັ້ງພະນັກງານ, ອາສາສະໝັກ ແລະ ສະມາຊິກສະພາກາແດງໃນເຂດໂຄງການ ເພື່ອດຳເນີນການຝຶກອົບຮົມ ແລະ ແລກປ່ຽນບົດຮຽນວຽກງານບັນເທົາທຸກ, ຄຸ້ມຄອງໄພພິບັດຂອງອົງການກາແດງ; ການປະຖົມພະຍາບານສຸກເສີນ; ການບໍລິຈາກເລືອດ; ການໂຄສະນາເຜີຍແຜ່ວຽກງານ ຫຼື ກິດຈະກຳຊາວໜຸ່ມຂອງອົງການກາແດງ ແລະ ວຽກງານດ້ານອື່ນໆ, ດຳເນີນກິດຈະກຳເຜີຍແຜ່ຄວາມຮູ້ ແລະ ໂຄສະນາກ່ຽວກັບການກູ້ໄພສຸກເສີນ; ການປ້ອງກັນ ແລະ ຫຼູດຜ່ອນໄພພິບັດ; ການປ້ອງກັນພະຍາດໃນເຂດໂຄງການ ເພື່ອສ້າງຈິດສຳນຶກ ແລະ ຄວາມສາມາດໃຫ້ແກ່ຄົນທ້ອງຖິ່ນໃນການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດຕ່າງໆ; ສາມາດຊ່ວຍຕົນເອງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້, ປະຕິບັດການຮ່ວມມືດ້ານການປ້ອງກັນ ແລະ ກູ້ໄພ ເມື່ອເກີດໄພພິບັດທາງທຳມະຊາດ ຫຼື ບັນຫາການ ລະບາດ ຂອງພະຍາດຂະໜາດໃຫຍ່ໃນເຂດໂຄງການ, ເອົາໃຈໃສ່ຜັນຂະຫຍາຍປະຕິບັດຂະບວນ “ເອົາໃຈຊ່ວຍໃຈ” ໃຫ້ປະກົດຜົນເປັນຈິງ ໂດຍອໍານວຍຄວາມສະດວກໃຫ້ແກ່ເດັກນ້ອຍ ທີ່ເປັນພະຍາດຫົວໃຈມາແຕ່ກໍາເນີດ, ຊຸກຍູ້ໃຫ້ຂະແໜງສາທາລະນະສຸກ ຮ່ວມດຳເນີນການກວດພະຍາດຫົວໃຈແຕ່ກຳເນີດ ແລະ ສະໜອງການຊ່ວຍເຫຼືອທາງການແພດ ໃຫ້ແກ່ເດັກນ້ອຍຈາກຄອບຄົວທີ່ທຸກຍາກ, ດຳເນີນງານຢ່າງໜ້ອຍຄັ້ງໜຶ່ງໃນທຸກສາມປີ.
ໂອກາດດັ່ງກ່າວ, ທັງ 4 ຝ່າຍ ໄດ້ມີການລົງນາມບົດບັນທຶກ ການຮ່ວມມີນຳກັນ ຢ່າງເປັນທາງການ.
ແຫຼ່ງຂ່າວ: ແຂວງຫຼວງພະບາງ