Vientiane Times Lao
ສື່ມວນຊົນມີສ່ວນຮ່ວມສໍາຄັນໃນການປ້ອງກັນ, ຄວບຄຸມ COVID-19

ສື່ມວນຊົນມີສ່ວນຮ່ວມສໍາຄັນໃນການປ້ອງກັນ, ຄວບຄຸມ COVID-19

ສື່ມວນຊົນມີສ່ວນຮ່ວມ ແລະ ມີບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວສານສູ່ມວນຊົນທີ່ຖືກຕ້ອງເພື່ອການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19.

ເພື່ອເປັນການຕ້ານພະຍາດດັ່ງກ່າວ, ວິຊາການທີ່ກ່ຽວຂ້ອງຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືໂດຍໃຫ້ສື່ມວນຊົນ ມີສ່ວນຮ່ວມໃນການຕອບໂຕ້ກັບການແຜ່ລະບາດຂອງພະຍາດ COVID-19, ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 6 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ.

ເນື້ອໃນກອງປະຊຸມຄັ້ງນີ້ ແມ່ນໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບ COVID-19 ໃນສະຖານະການຂອງໂລກ ແລະ ສະຖານະການຂອງລາວ, ການສື່ສານຄວາມສ່ຽງກ່ຽວກັບສິ່ງທີ່ຄວນ ແລະ ບໍ່ຄວນເຮັດ, ຂ່າວລືຕ່າງໆທີ່ອອກຢູ່ ບັນດາສື່ອອນລາຍ, ສະນັ້ນຜູ້ບໍລິຫານສື່ທັງຫຼາຍຕ້ອງໄດ້ຮິ່ນຕອງ ແລະ ພິຈາລະນາຢ່າງຖີ່ຖ້ວນກ່ອນຈະອອກຂ່າວຢູ່ໃນສື່ນຂອງຕົນ, ສົ່ງ ຫຼື ເຊື່ອມຂ່າວໃຫ້ຄົນອື່ນ ອັນນີ້ກໍ່ເພື່ອຮັບປະກັນວ່າບໍ່ໃຫ້ຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ດີທີ່ຫວັງໃສ່ຮ້າຍປ້າຍສີ ສປປ ລາວ ແລະ ອື່ນໆ.

ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ນັກຂ່າວຂອງລາວ ກ່ຽວກັບ COVID-19, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ, ເປັນເອກະພາບກັນທາງດ້ານເນື້ອໃນ ແລະ ຂໍ້ຄວາມຂອງ COVID-19 ກ່ອນຈະເຜີຍແຜ່ສູ່ມວນຊົນ ອັນນີ້ກໍ່ເພື່ອຮັບປະກັນຄວາມຖືກຕ້ອງຊັດເຈນ, ວ່ອງໄວ, ທັນກັບເວລາ, ກ້ວາງຂວາງ ແລະ ທົ່ວເຖິງທຸກໆກຸ່ມຄົນໃນສັງຄົມ. ອີກອັນໜຶ່ງແມ່ນເພື່ອສ້າງເຄືອຂ່າຍໃນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງອົງການສື່ຕ່າງໆ, ​ຄະນະ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາລະ​ນະ​ສຸກ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ກ່ຽວຂ້ອງກັບການຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply