Vientiane Times Lao
ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອ

ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອ

ສະມາຄົມນັກທຸລະກິດຍິງຮ່ວມກັບສະມາຄົມນັັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມຫັດຖະກຳລາວ ໄດ້ມອບເຄື່ອງບໍລິໂພກ ຊຶ່ງປະກອບມີ: ເຂົ້າສານ, ໝີ່ສໍາເລັດຮູບ, ປາກະປ໋ອງ, ນໍ້າດື່ມ ແລະ ອື່ນໆໃຫ້ ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໂດຍມີພິທີມອບ-ຮັບເຄື່ອງດັ່ງກ່າວເມື່ອວັນທີ 26 ພຶດສະພາ 2021 ທີ່ຜ່ານມາຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ຊຶ່ງກ່າວມອບໂດຍທ່ານ ນາງ ຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳ ແລະ ສະມາຄົມນັກທຸລະກິດຍິງ ແລະ ກ່າວຮັບໂດຍ ທ່ານພັນໂທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທ່ານ ນາງ ຈັນເທົາ ປະຖັມມະວົງ ໄດ້ກ່າວໃນພິທີວ່າ: ເຄື່ອງຊ່ວຍເຫຼືອຄັ້ງນີ້ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ເຈົ້າໜ້າທີ່ ແລະ ຜູ້ຖືກດັດສ້າງຢູ່ສະຖານທີ່ແຫ່ງນີ້ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ນອກຈາກນີ້ສະມາຄົມນັກທຸລະກິດຍິງ ຈະສືບຕໍ່ປະກອບສ່ວນເອົານໍ້າປະປາເຂົ້າໃຫ້ສູນດັ່ງກ່າວ ຕື່ມອີກຍ້ອນວ່າບາງຈຸດຍັງບໍ່ພຽງພໍໃນການຊົມໃຊ້.

ຂ່າວ-ພາບ: ຍຸພິນທອງ

Related Articles

Leave a Reply