ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງ ແຂວງສາລະວັນ ຜະລິດຜ້າອັດປາກ-ດັງ ເພື່ອມອບໃຫ້ສູນຈໍາກັດບໍລິເວນ ແລະ ປະຊາຊົນຜູ້ຂາດເຂີນ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍອອກໄປສູ່ວົງກ້ວາງ.
ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖີ່ນຂອງແຂວງສາລະວັນ ໃຫ້ຮູ້ວ່າ ສະຫະພັນແມ່ຍິງແຂວງ ໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະສະເພາະກິດຂັ້ນແຂວງ, ພະແນກສາທາແຂວງ ແລະ ໂຮງໝໍແຂວງ ເພື່ອເປັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຂັ້ນຕ້ອນຕ່າງໆຂອງວຽກງານຜະລິດຜ້າອັດປາກ-ດັງ.
ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ໃນວັນທີ 24 ເມສາ 2020 ທີ່ຜ່ານມານີ້ວ່າ, ພາຍໃນສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງ ເຊີ່ງມີແຮງງານທັງໝົດ 18 ຄົນ ທີ່ເຮັດວຽກນີ້ ແລະ ສະເລ່ຍມື້ໜຶ່ງສາມາດຜະລິດຜ້າອັດປາກ-ດັງໄດ້ 150 ກວ່າອັນ, ຕາມແຜນແມ່ນຈະຜະລິດໃຫ້ໄດ້ 500 ກວ່າອັນ ເຊີ່ງຜ້າອັດປາກ-ດັງ ແມ່ນຈະໄດ້ຜ່ານການຂ້າເຊື້ອ ແລະ ຢັ້ງຢືນກວດກາຈາກພະແນກສາທາແຂວງ ແລະ ໂຮງໝໍແຂວງ ເພື່ອຄວາມຖືກຕ້ອງ ແລ້ວຈຶ່ງຈະນຳເອົາໄປມອບໃຫ້ແຕ່ລະສູນຈໍາກັດບໍລິເວນໃນທົ່ວແຂວງ, ນອກຈາກນັ້ນກໍ່ຍັງຈະໄດ້ມອບໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຂາດເຂີນໂດຍປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນແຕ່ລະຂັ້ນຕອນຂອງການມອບ.
ຂ່າວ: ວຽກຈັນທາຍ (ແຫຼ່ງຂ່າວ ໜັງສືພິມສາລະວັນ)
ພາບ: ໜັງສືພິມສາລະວັນ


