Vientiane Times Lao
ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຊ່ວຍກັນບໍລິຈາກເລືອດເພື່ອຊ່ວຍສັງຄົມ

ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຊ່ວຍກັນບໍລິຈາກເລືອດເພື່ອຊ່ວຍສັງຄົມ

ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຮ່ວມໃຈກັນບໍລິຈາກເລືອດ ເພື່ອເປັນຄັງແຮສະສົມໄວ້ ສໍາລັບຊ່ວຍສັງຄົມໃນເວລາສຸກເສີນຕ່າງໆ ແລະ ກຽມພ້ອມໃນການຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.   

ອີງຕາມການລາຍງານຂອງສູນເລືອດແຫ່ງຊາດໃນມື້ນີ້ ໃຫ້ຮູ້ວ່າປະຈຸບັນ ຖົງເລືອດຢູ່ສູນເລືອດແຫ່ງຊາດ ຍັງເຫຼືອປະມານ 100 ກວ່າຖົງເທົ່ານັ້ນ, ແຕ່ຄວາມຕ້ອງຈາກຄົນເຈັບຢູ່ໂຮງໝໍຕ່າງໆແມ່ນ 100 ຖົງຕໍ່ມື້ ຖືວ່າບໍ່ພຽງພໍກັບຄວາມຕ້ອງການ.

ພ້ອມດຽວກັນ ສູນເລືອດແຫ່ງຊາດ ກໍ່ແຈ້ງໃຫ້ຊາບວ່າ ຖ້າຫາກທ່ານໃດຕ້ອງການບໍລິຈາກເລືອດໃນໄລຍະນີ້ ສາມາດບໍລິຈາກໄດ້ທີ່ສູນເລືອດແຫ່ງຊາດ ແລະ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີໂທລະສັບ 021 214763.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply