ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານ ສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະ ທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສຳມະນາຄັ້ງນີ້ ກໍເພື່ອທົບທວນຫວນຄືນວັນສໍາຄັນທາງປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຂອງໂລກ ແລະ ສອງຊາດ ລາວ-ຈີນ, ສ້າງຄວາມຮັບຮູ້ກ່ຽວກັບການຕ້ານຟາດຊິດຂອງໂລກໄດ້ຮັບໄຊຊະນະ ໃນໄລຍະ 80 ປີຜ່ານມາ ແລະ ເພື່ອລະດົມຄໍາຄິດຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃນປັດຈຸບັນ ແລະ ອະນາຄົດ ຕາມແຜນແມ່ບົດສະບັບໃໝ່ ທີ່ສອງພັກໄດ້ລົງນາມ ໃຫ້ນັບມື້ຫັນເຂົ້າສູ່ລວງເລິກ ແລະ ຮ່ວມກັນພັດທະນາປະເທດຊາດ ຕາມເສັ້ນທາງໂດຍສັນຕິ.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ: ສົງຄາມ 80 ປີກ່ອນແມ່ນໄພພິບັດທົ່ວໂລກ ແລະ ເປັນບົດຮຽນເຈັບປວດ ທີ່ສຸດໃນປະຫວັດສາດຂອງອາລະຍະທຳຂອງມະນຸດ. ການຕໍ່ຕ້ານຟາດຊິດ ແລະ ຕໍ່ຕ້ານການໃຊ້ອາວຸດໃຊ້ກໍາລັງພົນກໍ່ສົງຄາມ ແມ່ນຄວາມປາດຖະໜາຮ່ວມກັນຂອງປະຊາຊົນໃນທົ່ວໂລກ ທີ່ຮັກສັນຕິພາບ ແລະ ຄວາມປາຖະໜາໃນການພັດທະນາ. ໄຊຊະນະສົງຄາມຕ້ານຟາດຊິດ ເປັນຂີດໝາຍປະຫວັດສາດແຫ່ງຄວາມເອກອ້າງທະນົງໃຈຂອງມະນຸດ ທີ່ສາມາດຜ່ານຜ່າຄວາມໂຫດຮ້າຍປ່າເຖື່ອນ, ຄວາມທໍລະຫົດອົດທົນທີ່ແສນສາຫັດ, ໄດ້ກໍ່ໃຫ້ເກີດຄວາມສາມັກຄີສາກົນທີ່ແໜ້ນແຟ້ນຂອງປະຊາຊົນໃນທົ່ວໂລກ. ໝາກຜົນແຫ່ງໄຊຊະນະ ແມ່ນແລກມາດ້ວຍຢາດເຫື່ອ ແລະ ນໍ້າຕາແຫ່ງຄວາມສູນເສຍຂອງກໍາລັງທະຫານ ແລະ ຊີວິດອິນຊີຂອງ ພົນລະເມືອງ ຫຼາຍກວ່າ 70 ລ້ານຄົນ, ໄຊຊະນະ ໄດ້ເປັນສັນຍາລັກແຫ່ງສັນຕິພາບ, ອິດສະລະພາບ, ຄວາມຍຸຕິທຳ ແລະ ມະນຸດສະທຳ, ເຊິ່ງມັນໄດ້ເປັນສັນຍານເຕືອນ ໃຫ້ມວນມະນຸດຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງສົງຄາມ ທັງເປັນການຢັ້ງຢືນເຖິງຄວາມມຸ່ງຫວັງ ຮ່ວມກັນຂອງມວນມະນຸດທີ່ບໍ່ຢາກໃຫ້ມີຟາດຊິດ ແລະ ບໍ່ຢາກໃຫ້ມີການຮຸກຮານ, ເຫັນພ້ອມ ກັບການມຸ່ງໜ້າ ໄປສູ່ສັນຕິພາບ, ຄວາມສະຫງົບ ເພື່ອອະນາຄົດທີ່ຍືນຍົງໃນປະຫວັດສາດໜ້າໃໝ່. ປະຫວັດສາດແມ່ນປຶ້ມແບບຮຽນທີ່ດີທີ່ສຸດ ແລະ ເປັນສັນຍານທີ່ສ່ອງແສງໄປຂ້າງໜ້າ. ພວກເຮົາລະນຶກເຖິງໄຊຊະນະບໍ່ພຽງແຕ່ຈະລະນຶກເຖິງນັກຮົບເສຍສະລະຊີວິດເພື່ອຊາດ ແລະ ເປັນພະຍານເຖິງການເສຍສະລະຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງເປັນການຖອດຖອນສະຕິປັນຍາ ອັນເລິກເຊິ່ງຈາກປະຫວັດສາດ: ຄວາມສະ ຫງົບ ເໝືອນດັ່ງອາກາດ ແລະ ແສງແດດ, ຖ້າບໍ່ມີ ແມ່ນຍາກທີ່ຈະຢູ່ລອດໄດ້. ການກະທໍາໃດໆທີ່ນາບຂູ່ເຖິງສັນຕິພາບ ແລະ ທຳລາຍສະຖຽນລະພາບ ໃນທີ່ສຸດຈະຖືກຄື້ນຟອງປະຫວັດສາດພັດຜ່ານ. ທຸກໆປະເທດແມ່ນຕ້ອງການມີສັນຕິພາບ ເພື່ອຮັກສາອິດສະລະພາບ ແລະ ອະທິປະໄຕຂອງຊາດ, ປົກປັກຮັກສາແດນດິນ ບໍ່ໃຫ້ຖືກຄຸກຄາມ, ສັນຕິພາບ ເຮັດໃຫ້ປະເທດມີຄວາມໝັ້ນຄົງ ແລະ ປອດໄພ, ໄວ້ໃຈໃນການພັດທະນາທຸກດ້ານ ເປັນຕົ້ນ ການພັດທະນາເສດຖະກິດ-ສັງຄົມ, ການສ້າງສາຍພົວພັນສາກົນ, ການສົ່ງເສີມຄຸນຄ່າຂອງມວນມະນຸດ ເພື່ອຄົນຮຸ່ນຫຼັງໄດ້ມີໂອກາດຮຽນຮູ້, ພັດທະນາ ແລະ ສ້າງຊີວິດທີ່ດີກວ່າ.
ທ່ານ ຄໍາພັນ ເຜີຍຍະວົງ ໃຫ້ຮູ້ຕື່ມວ່າ: ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ແມ່ນການເສີມຂະຫຍາຍສາຍພົວພັນ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການຮ່ວມກັນຢືນຢູ່ບົນພື້ນຖານການພັດທະນາໃນເງື່ອນໄຂໃໝ່ ແລະ ພ້ອມກັນຄຽງບ່າຄຽງໄຫລ່ເພື່ອກ້າວສູ່ການພັດທະນາ. ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ເປັນການກໍ່ຮ່າງສ້າງຂຶ້ນ ຈາກນໍ້າເຫື່ອນໍ້າແຮງ, ຈາກຄວາມພະຍາຍາມບາກບັ່ນອົດທົນຜ່ານຜ່າຄວາມຫຍຸ້ງຍາກນານາປະການຫຼາຍຍຸກຫຼາຍສະໄໝຈາກຮຸ່ນສູ່ຮຸ່ນຈົນສາມາດກ້າວເຂົ້າສູ່ຜົນສໍາ ເລັດ ທີ່ຕອບສະໜອງຜົນປະໂຫຍດທີ່ແທ້ຈິງ ໃຫ້ແກ່ປະຊາຊົນສອງຊາດ ລາວ-ຈີນ. ສອງປະເທດ ລາວ-ຈີນ ເປັນປະເທດທີ່ມີລະບອບການເມືອງຄ້າຍຄືກັນ, ເປັນປະເທດ ທີ່ຍຶດໝັ້ນເສັ້ນທາງສັງຄົມນິຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ, ສາຍນໍ້າ ຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມ ມາແຕ່ບູຮານນະການ. ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວພັນກັນມາແຕ່ດົນນານ, ສາຍພົວພັນສອງຊາດ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ໃນສະພາບການໃໝ່ ໂດຍຍຶດໝັ້ນອຸດົມການດຽວກັນ, ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຂະຫຍາຍກວ້າງອອກຢ່າງຮອບດ້ານ ຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ” ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.
ໂອກາດດຽວກັນນີ້, ທ່ານ ນາງ ຟາງຫົງ ໄດ້ຍົກໃຫ້ເຫັນກ່ຽວກັບຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເຊິ່ງໃນປີ 2019 ແລະ ປີ 2023, ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຮ່ວມລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກັບການນໍາສູງສຸດຂອງລາວເປັນ 2 ຄັ້ງ, ອັນໄດ້ເປັນການສະໜອງບ່ອນອີງ ຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນໄລຍະໃໝ່. ການຮ່ວມມືຕົວຈິງ ລະຫວ່າງ ຈີນ-ລາວ ໄດ້ມີໝາກຜົນບຸກທະລຸໃໝ່ເລື້ອຍໆ. ປະເທດຈີນ ໄດ້ເປັນປະເທດລົງທຶນໃຫຍ່ທີ່ສຸດ ແລະ ເປັນປະເທດຄູ່ການຄ້າຫຼັກຂອງລາວ ເປັນເວລາຫຼາຍປີລຽນຕິດ, ຜະລິດຕະພັນກະສິກໍາຂອງລາວ ຫຼາຍກວ່າ 80% ໄດ້ສົ່ງອອກໄປສູ່ປະເທດຈີນ, ລວມມູນຄ່າການຄ້າ ຈີນ-ລາວ ໃນປີ 2024 ບັນລຸໄດ້ 8.231 ຕື້ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 15,9%, ເຊິ່ງໄດ້ສ້າງສະຖິຕິໃໝ່. ພ້ອມນີ້, ເສັ້ນທາງລົດໄຟ ຈີນ-ລາວ ໄດ້ຊ່ວຍໃຫ້ປະເທດລາວປ່ຽນຈາກ “ປະເທດບໍ່ມີຊາຍແດນຕິດກັບທະເລ” ມາເປັນ “ປະເທດເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ” ພ້ອມທັງໄດ້ຂະຫຍາຍກວ້າງອອກໄປສູ່ປະເທດໄທ, ສິງກະໂປ ແລະ ອື່ນໆ 18 ປະເທດ ແລະເຂດແຄວ້ນ, ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າໄດ້ສໍາເລັດການຂົນສົ່ງຫຼາຍກວ່າ 60 ລ້ານຄັ້ງ, ໄດ້ສ້າງເປັນ “ເສັ້ນທາງທອງຄໍາ” ຂອງການຂົນສົ່ງສາກົນທີ່ມີປະສິດທິຜົນສູງ ແລະ ມີຄວາມສະ ດວກສະບາຍ. ເສັ້ນທາງດ່ວນ ຈີນ-ລາວ ຈາກນະຄອນຫຼວງວຽງຈັນ-ວັງວຽງ, ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ການຮ່ວມມືໃນຂົງເຂດອື່ນໆໄດ້ສືບຕໍ່ລົງເລິກ, ການສ້າງໂຮງໝໍ ຫຼວງພະບາງ, ໂຮງໝໍມະໂຫສົດ, ໂຮງຮຽນວິຊາຊີບທາງລົດໄຟລາວ ແລະ ໂຄງການເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຈໍານວນໜຶ່ງໄດ້ເລີ່ມຕົ້ນນໍາໃຊ້ແລ້ວ, ທັງໄດ້ມີບົດບາດອັນຕັ້ງໜ້າຕໍ່ການລົງເລິກຮັດແໜ້ນມິດຕະພາບ ຈີນ-ລາວ ແລະ ສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ. ນອກຈາກນີ້, ການແລກປ່ຽນວັດທະນະທຳ ແລະ ການໄປ-ມາຫາສູ່ ລະຫວ່າງປະຊາຊົນ ຈີນ-ລາວ ໄດ້ມີຄວາມສະໜິດສະໜົມຂຶ້ນ ພາຍຫລັງເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ ເຮັດໃຫ້ຜູ້ທີ່ເຂົ້າມາທ່ອງທ່ຽວລາວ ໄດ້ກາຍເປັນການກ້າວຂາອອກໄປກໍສາມາດໄປຢາມພີ່ນ້ອງຢາມໝູ່ຄູ່ໄດ້ເລີຍ, ຊາວໜຸ່ມຂອງສອງປະເທດ ກໍນັບມື້ມີຄວາມໃກ້ຊິດກັນຫຼາຍຂຶ້ນ, ມີນັກສຶກສາຈີນຫລາຍຮ້ອຍຄົນຮຽນຢູ່ປະເທດລາວ, ມີນັກສຶກສາລາວຫຼາຍພັນ ຄົນຮຽນຢູ່ປະເທດຈີນ. ພ້ອມນີ້, ພຶດຕິກຳຕົວຈິງຂອງການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໄດ້ຢັ້ງຢືນຢ່າງເຕັມສ່ວນວ່າ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ບໍ່ພຽງແຕ່ສາມາດເປັນໄປໄດ້, ເຊື່ອຖືໄດ້, ປະຕິບັດໄດ້ແລ້ວ ຍັງຈະມີຜົນດີຫຼາຍຂຶ້ນອີກ. ຂໍພຽງແຕ່ປະຊາຊົນບັນດາປະເທດຈັບມືກັນຮ່ວມກັນພະຍາຍາມ, ຍຶດໝັ້ນການຮ່ວມກັນສ້າງຮ່ວມກັນຊົມໃຊ້, ຮ່ວມມືກັນຮັບຜົນປະໂຫຍດນໍາກັນ ແນ່ນອນຈະສາມາດບຸກເບີກອະນາຄົດອັນສວຍງາມກວ່າເກົ່າໃຫ້ແກ່ສັງຄົມມະນຸດ. ປະເທດລາວແມ່ນເພື່ອນສະຫາຍອ້າຍນ້ອງພິເສດ, ຝ່າຍຈີນຍາມໃດກໍຈະສືບຕໍ່ ປະຕິບັດທິດທາງບຸລິມະນິດການພົວພັນຕ່າງປະເທດກັບປະເທດອ້ອມຂ້າງ ແລະ ຈາກມູມມອງຍຸດທະສາດລະດັບສູງຂອງການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ຊຸກຍູ້ການພົວພັນ ຈີນ-ລາວ, ຍິນດີຮ່ວມກັບຝ່າຍລາວຍຶດໝັ້ນຖືເອົາ ຄວາມຮັບຮູ້ຮ່ວມກັນທີ່ສໍາຄັນຂອງການນໍາສູງສຸດສອງພັກ, ສອງລັດເປັນທິດນໍາ, ເພີ່ມທະວີການປະສານງານ ແລະ ຮ່ວມມືຍຸດທະສາດ, ບຸກເບີກການຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຮ່ວມກັນຕ້ານລັດທິກົດຂີ່ຂູດຮີດຂົ່ມເຫັງຝ່າຍດຽວ, ປົກປ້ອງລັດທິຫຼາຍຝ່າຍ ແລະ ຄວາມຍຸຕິທຳທ່ຽງທຳຂອງສາກົນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ນັບມື້ພັດທະນາ ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ ເພື່ອປະກອບສ່ວນເປັນຕົວແບບທີ່ຕັ້ງໜ້າ ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທີ່ມາ: ຂປລ ພາບ: ຂັນໄຊ