ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້ຊ່ວຍເຫຼືອເຂົ້າສານຈ້າວ ຈຳນວນ 1.320 ໂຕນ ໃຫ້ແກ່ລັດຖະບານລາວເພື່ອເປັນເຂົ້າສໍາຮອງລວມ ໃນຂັ້ນສູນກາງ ໄວ້ຊ່ວຍຜູ້ປະສົບໄພທຳມະຊາດໃນ ກໍລະນີ ທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ ຊຶ່ງເຂົ້າດັ່ງກ່າວຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າເຂົ້າທີ່ມອບໃນຄັ້ງນີ້ຈະເປັນປະ ໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍ ເຫຼືອຢ່າງແທ້ຈິງ ແລະ ສ່ວນໜຶ່ງແມ່ນຈະຖືກນໍາໃຊ້ ເຂົ້າໃນ ກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງ ອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ ລວມທັງໄວ້ຊ່ວຍເຫຼືອຍາມຂາດແຄນ ທີ່ປະຊາຊົນ ຍັງບໍ່ມີຜົນຜະລິດ ເພື່ອ ເຮັດໃຫ້ຊຸມຊົນສາມາດຊ່ວຍ ຕົນເອງໄດ້ ຈາກຄວາມຕ້ອງການເບື້ອງຕົ້ນ.
ພິທີມອບ-ຮັບເຂົ້າດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 23 ມິຖຸນາ 2021 ນີ້ທີ່ນະຄອນຫຼວງວຽງຈັນໂດຍມີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ແລະ ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ເຂົ້າຮ່ວມ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນພິທີວ່າ: ໃນປີ 2018 ລັດຖະບານ ສ.ເກົາຫຼີ ກໍໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ. ເຊັ່ນດຽວໃນຄັ້ງນີ້ ຍັງໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນຈຳນວນ 1.320 ໂຕນຕື່ມອີກ ໂດຍຜ່ານກິດຈະກຳການຊ່ວຍເຫຼືອ ສົງເຄາະ ແລະ ຟື້ນຟູໂຄງລ່າງການຜະລິດ ຕິດພັນ ກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີ ຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.
ຂ່າວ-ພາບ: ມະນີທອນ