ປະເທດລາວໄດ້ຮັບການຊ່ວຍເຫຼືອເຂົ້າສານຈໍານວນ 1,050 ໂຕນຈາກປະເທດ ສ ເກົາຫຼີ, ສປ ຈີນ ແລະ ປະເທດຍີ່ປຸ່ນ ຫຼື ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະຈຳປີ 2024 ແຜນປະຕິບັດປີ 2025 ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ສປປ ລາວ.
ພິທີມອບຮັບເຂົ້າສານຈໍານວນດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າສະຖານທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ສະຖານທູດຍີ່ປຸ່ນ ປະຈໍາ ລາວ ແລະ ມີຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ກະຊວງ ຮສສ ໃນນາມເປັນຜູ້ຈັດຕັ້ງປະຕິບັດແຈກຢາຍເຂົ້າສານຈາກຄັງແຮເຂົ້າສຸກເສີນອາຊຽນ+3 ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ທີ່ໄດ້ຮັບຈາກລັດຖະບານ ກໍຄືປະຊາຊົນຂອງປະເທດ ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນ ໃຫ້ການສະໜັບສະໜູນຊ່ວຍເຫຼືອຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບຄຸ້ມຄອງຮັກສາເຂົ້າຈໍານວນທັງໝົດ 3,800 ໂຕນ, ຈາກລັດຖະບານ ສ ເກົາຫຼີ ຈຳນວນ 3,000 ໂຕນ, ສປ ຈີນ 500 ໂຕນ ແລະ ຍີ່ປຸ່ນ 300 ໂຕນ. ໂຄງການຄັງແຮເຂົ້າສຸກເສີນອາຊຽນ+3, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍທີ່ສຸດຕໍ່ກັບບັນດາປະເທດສະມາຊິກອາຊຽນ ທີ່ໄດ້ນໍາໃຊ້ເຂົ້າສານດັ່ງກ່າວເພື່ອຮັບມືກັບໄພພິບັດສຸກເສີນລວມໄປເຖິງການແກ້ໄຂຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດທີ່ທຸກຍາກໃຫ້ໄດ້ຮັບການພັດທະນາຊີວິດການເປັນຢູ່ດີຂຶ້ນ.
ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວຕື່ມວ່າ: ໃນໄລຍະເດືອນກໍລະກົດ – ເດືອນສິງຫາ 2025 ສປປ ລາວ ກໍເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນວຸດທິບ ແລະ ວິພາ ຊຶ່ງເຮັດໃຫ້ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຜົນກະທົບໜັກທາງດ້ານພື້ນຖານໂຄງລ່າງຄົມມະນາຄົມ, ເນື້ອທີ່ທຳການຜະລິດ, ໂຮງຮຽນ, ເຮືອນຊານ, ຊັບສິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ສໍາລັບການຕອບໂຕ້ສຸກເສີນ ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ດ້ານເຂົ້າສານ ໄດ້ຮັບການອະນຸມັດຈາກໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 (APTEER) ຈໍານວນ 1,050 ໂຕນ, ໂດຍໄດ້ເລີ່ມຈັດສົ່ງໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມ ຢູ່ 12 ແຂວງຄື: ຜົ້ງສາລີ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ. ສໍາລັບການຟື້ນຟູ ກະຊວງ ຮສສ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈະໄດ້ສືບຕໍ່ສະເໜີຂໍນໍາໃຊ້ເຂົ້າທີ່ຍັງເຫຼືອ 2,750 ໂຕນ, ຊຶ່ງເຂົ້າຊ່ວຍເຫຼືອທັງໝົດນີ້ ຈະສາມາດຕອບສະໜອງໃຫ້ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກ ປະມານ 316,667 ກວ່າຄົນ.
ທີ່ມາຂ່າວ-ພາບ: ປະຊາຊົນ