ລັດຖະບານລາວ ແລະ ຫວຽດນາມ ຈະສຶບຕໍ່ການຮ່ວມມືກັນທາງດ້ານການ ພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ ໂດຍຝ່າຍຫວຽດນາມຈະ ມອບທຶນການສຶກສາຈຳນວນ 1.100 ທຶນຕໍ່ປີໃຫ້ນັກສຶກສາລາວ ແລະ ອື່ນໆ.
ເນື່ອງໃນໂອກາດທີ່ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ທ່ານ ຮອງ ສຈ. ປອ ພຸດ ສິມມາລາວົງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດສຶກສາ-ວັດທະນະທຳ, ສະຖານທູດຫວຽດນາມປະຈຳລາວ ທ່ານ ຫງວຽນ ງອກຖັງ ເນື່ອງໃນໂອກາດທີ່ໄດ້ໝົດວາລະປະຕິບັດໜ້າທີ່ວຽກງານຢູ່ລາວ.
ທ່ານ ຫງວຽນ ງອກຖັງ ໄດ້ກ່າວຕໍ່ທ່ານ ຮອງ ສຈ. ປອ ພຸດ ສິມມາລາວົງວ່າ: ຝ່າຍຫວຽດນາມຈະສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນຈຳນວນ 1.100 ທຶນ ຕໍ່ປີ ແລະ ຈະສືບຕໍ່ຊ່ວຍເຫລືອດ້ານການກໍ່ສ້າງ ພື້ນຖານໂຄງລ່າງການສຶກສາທີ່ຈຳເປັນ ແລະ ການຮ່ວມມືດ້ານວິຊາການອື່ນໆອີກ.
ອີງຕາມການລາຍງານຂອງກະຊວງໃຫ້ຮູ້ວ່າ: ທຶນທີ່ລັດຖະບານຫວຽດນາມຊ່ວຍໃນແຕ່ລະປີປະກອບມີຫລາຍສາຂາວິຊາຮຽນ ຊຶ່ງມີລະດັບປະລິນຍາຕີ, ຊັ້ນສູງ ແລະ ຝຶກອົບຮົບໄລຍະສັ້ນ.
ຂ່າວ-ພາບ: ແກ້ວວຽງຄອນ ບຸນວິເສດ


