Vientiane Times Lao
ຫຼວງນໍ້າທາເປັນແຂວງທຳອິດຢູ່ລາວ ທີ່ລິເລີ່ມພັດທະນາ ແລະ ບໍລິການ ທ່ອງທ່ຽວຍ່າງປ່າ ແລະ ລ່ອງເຮືອແບບຜະຈົນໄພ

ຫຼວງນໍ້າທາເປັນແຂວງທຳອິດຢູ່ລາວ ທີ່ລິເລີ່ມພັດທະນາ ແລະ ບໍລິການ ທ່ອງທ່ຽວຍ່າງປ່າ ແລະ ລ່ອງເຮືອແບບຜະຈົນໄພ

ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພັດທະນາການທ່ອງທ່ຽວແບບຜະຈົນໄພເຊັ່ນ: ຍ່າງປ່າ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊິວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລອງເຮືອຕາມສາຍນໍ້າຫ້າຊຶ່ງເປັນແຂວງທຳອິດຢູ່ລາວ ທີ່ລິເລີ່ມພັດທະນາ ແລະ ບໍລິການ ທ່ອງທ່ຽວດັ່ງກ່າວ.

ການທ່ອງທ່ຽວກັ່ງກ່າວໄດ້ເລີ່ມມາແຕ່ປີ 1999 ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ຜ່ານມາ ໄດ້ຮັບລາງວັນຫຼາຍລາງວັນເຊັ່ນ: ປີ 2001 ໄດ້ຮັບລາງວັນຈາກສະຫະປະຊາຊາດ ພາຍໃຕ້ຫົວຂໍ້ ການທ່ອງທ່ຽວນິເວດນໍ້າຫ້າ”; ປີ 2002 ໄດ້ຮັບລາງວັນຈາກສາຍການບີນອັງກິດ (British Airways) ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວເພື່ອອະນາຄົດ”; ປີ 2003 ປ່າສະຫງວນແຫ່ງຊາດນໍ້າຫ້າໄດ້ຮັບການຮັບຮອງເອົາເປັນມໍລະດົກອາຊຽນ; ປີ 2007ໄດ້ຮັບລາງວັນ ຂວາເຕີ (Equator) ພາຍໃຕ້ຫົວຂໍ້:ການບໍລິການນຳທ່ຽວຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ການອະນຸລັກຊີວະນາໆພັນແບບຍືນຍົງ ໃນປ່າສະຫງວນນໍ້າຫ້າ; ປີ 2019 – 2021 ໄດ້ຮັບລາງວັນ “ມາດຕະຖານການທ່ອງທ່ຽວອາຊຽນ” 2 ລາງວັນພາຍໃຕ້ຫົວຂໍ້ 1) ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ; 2) ການທ່ອງທ່ຽວຊຸມຊົນແລະ ຍ່າງປ່າແບບຜະຈົນໄພຕາມເສັ້ນທາງນາລັນ; ປີ 2024  ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ມາດຕະຖານອາຊຽນປີ 2025-2027.

ແຫຼ່ງຂໍ້ມູນຂ່າວ: ມຸນຕີ

Related Articles

Leave a Reply