ຫຼວງພະບາງຈັດງານຍ່າງເພື່ອສຸຂະພາບເພື່ອ ສະຫຼອງສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ

ຫຼວງພະບາງຈັດງານຍ່າງເພື່ອສຸຂະພາບເພື່ອ ສະຫຼອງສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອສະຫຼອງ ສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ ໃນມື້ວານນີ້ເລີ່ມຈາກເດີ່ນທາດຫຼວງ ໄປຫາສວນນ້ຳພຸ ໜ້າຫ້ອງວ່າການແຂວງ ແລ້ວກັບຄືນຫາເດີ່ນທາດຫຼວງ ແລະ ມີການຖາມຕອບ ຄວາມຮູ້ພື້ນຖານກ່ຽວກັບ ລະບຽບ ການສັນຈອນຕາມທ້ອງຖະໜົນ ເພື່ອຮັບຂອງຂັວນເປັນໝວກກັນກະທົບ.

ໃນພິທີໄດ້ມີການລາຍງານສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຄວາມປອດໄພທາງຫຼວງ ຕາມຍຸດທະສາດ ຂອງລັດຖະບານ ກຳນົດໄວ້ ໂດຍມີ 5 ເສົາຄໍ້າຄື: ໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງ ປອດໄພ, ພາຫະນະປອດໄພ, ຜູ້ຊົມໃຊ້ລົດໃຊ້ ທາງຫຼວງປອດໄພ, ການຄຸ້ມຄອງຄວາມປອດໄພທາງຫຼວງ (ການໂຄສະນາເຜີຍແຜ່), ປູກຈິດສໍານຶກ, ການປະຕິບັດກົດໝາຍ ແລະ ການກອບກູ້ຊີວິດ ຫຼັງເກີດອຸບັດເຫດ, ຊຶ່ງບັນຫາການເກີດອຸບັດເຫດ ຕາມທາງຫຼວງຢູ່ທົ່ວໂລກ ໃນແຕ່ລະປີ ສະເລ່ຍມີຜູ້ເສຍຊີວິດຫຼາຍກວ່າ 1 ລ້ານ 2 ແສນຄົນ, ໄດ້ຮັບບາດເຈັບ ຫຼາຍກວ່າ 50 ລ້ານຄົນ, ມູນຄ່າຜົນເສຍຫາຍຫຼາຍກວ່າ 500 ຕື້ໂດລາ. ດັ່ງນັ້ນ ປີ 2005 ສະຫະປະຊາຊາດ ຈິ່ງໄດ້ອອກມະຕິ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງ, ສຳລັບ ສປປ ລາວ ໄດ້ໃຫ້ສັດຕະຍາບັນກັບສາກົນວ່າ ຮອດປີ 2030 ຕ້ອງລຸດຜ່ອນອຸບັດເຫດລົງເຄິ່ງໜຶ່ງ ແລະ ຮອດປີ 2050 ຕ້ອງບໍ່ໃຫ້ມີອຸບັດເຫດ, ໃນແຕ່ລະປີມີອຸບັດເຫດເກີດຂຶ້ນ ສະເລ່ຍ ບໍ່ຫຼຸດ 6,000 ກວ່າຄັ້ງ, ມີຜູ້ບາດເຈັບສະເລ່ຍ 10,000 ກວ່າຄົນ, ອັດຕາຜູ້ເສຍຊີວິດສະເລ່ຍ ແຕ່ລະປີ 1,000 ກວ່າຄົນ, ມູນຄ່າເສຍຫາຍຫຼາຍກວ່າ 175 ລ້ານໂດລາຕໍ່ປີ; ສະເພາະຢູ່ແຂວງຫຼວງພະບາງ ໃນປີ 2025 ຜ່ານມາ ທົ່ວແຂວງ ມີອຸບັດເຫດເກີດຂຶ້ນ 444 ຄັ້ງ ຍານພາຫະນະເປ່ເພ 826 ຄັນ, ມີຜູ້ໄດ້ຮັບບາດເຈັບ 728 ຄົນ, ເສຍຊີວິດ 57 ຄົນ, ຍັງບໍ່ລວມຄົນທີ່ເສຍອົງຄະ, ສ່ວນຫຼາຍ ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກວມເອົາ 80% ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້; ສາເຫດການເກີດອຸບັດເຫດ ສ່ວນໃຫ່ຍແມ່ນ ເມົາແລ້ວຂັບ 21% ບໍ່ມີໃບຂັບຂີ່ 43%, ອາຍຸບໍ່ເຖິງກະສຽນ 16% ແລະອື່ນໆ 20%.

ໂອກາດນີ້ ທ່ານ ໄຊແກ້ວ ທະວີໃຈ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ມີຄຳເຫັນກ່າວເປີດງານວ່າ: ງານສັບປະດາຄວາມປອດໄພທາງຫຼວງຂັ້ນແຂວງ ໃນຂອບເຂດທົ່ວປະເທດ ປະຈຳປີ 2026 ນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນ ” ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ ”Drink with Care, Drunk Don’t Drive” ເພື່ອຜູກຈິດສຳນຶກ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ພ້ອມກັນໃສ່ໃຈປະຕິບັດລະບຽບການຂັບຂີ່ ໃຫ້ເຂັ້ມງວດ ເພື່ອຫຼຸດຜ່ອນສະພາບການເກີດອຸບັດເຫດ ອັນຈະສ້າງຜົນກະທົບທາງດ້ານຊິວິດ ແລະຊັບສິນ.

ຂ່າວ: ອາພຸດເດດ ບຸບຜາ

Related Articles

Leave a Reply