ຫຼາຍກວ່າ 600 ຫົວໜ່ວຍທຸລະກິດໃນ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນເພື່ອນຳມາພັດທະນາທຸລະກິດຂອງເຂົາເຈົ້າ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງນອນໃນແຜນສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME).
ໂຄງການດັ່ງກ່າວແມ່ນເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 14 ກັນຍາ 2018. ໃນຂະນະທີ່ ຕົວແທນຜູ້ສະຫບັບສະຫນູນໂຄງການ, ຜູ້ຈັດຕັ້ງປະຕິບັດ ແລະ ຫົວໜ່ວຍວິສາຫະກິດທີ່ກ່ຽວຂ້ອງກວ່າ 100 ຄົນ ແມ່ນໄດ້ເຂົ້າຮ່ວມທົບທວນຄືນໂຄງການດັ່ງກ່າວ ໃນອາທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ.
ແຜນງານສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດຂອງ ຫົວໜ່ວຍ SME ເຊິ່ງແຕ່ລະ SME ແມ່ນໄດ້ຮັບການຍົກລະດັບໃນດ້ານຕ່າງໆເຊັ່ນ: ການສ້າງແຜນທຸລະກິດທີ່ເປັນໄປໄດ້, ການຖືບັນຊີ ແລະ ການບໍລິຫານການເງິນ, ການບໍລິຫານ-ຈັດການທຸລະກິດ, ການຕະຫຼາດ ແລະ ການຂາຍ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ SME ສາມາດເຂົ້າເຖິງແຫຼ່ງທຶນຂອງບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໃນໂຄງການ.
ຂ່າວ: ສຸກສະໄໝ