ໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ໃນຕອນເຊົ້າຂອງວັນທີ 31 ມີນາ ທີ່ຜ່ານມາ ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກຫຼາຍບັນຫາໃຫ້ຄະນະລັດຖະບານຊຸດທີ X ເອົາໃຈໃສ່ລວມມີ: ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານທີ່ວາງອອກໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດ ປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ; ຕ້ອງບຸກທະລຸຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆ ຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້; ລັດຖະບານຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານທີ່ຮັບຜິດຊອບ.
ນອກນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ຄະນະລັດຖະບານຊຸດທີ X ນີ້ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາ ສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງ ຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າຢ່າງເປັນຮູບປະທໍາ;ແກ້ໄຂບັນຫາໜີ້ສິນສາທາລະນະໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາແຕ່ນີ້ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃຫ້ໄດ້ຫຼາຍ. ກວດກາຄືນທັງໝົດບັນດາໂຄງການລົງທຶນຂອງພາຍໃນ ແລະ ຕ່າງປະເທດທີ່ອະນຸມັດໄປແລ້ວໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ;
ສືບຕໍ່ປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.
ທີ່ມາແຫຼ່ງຂ່າວ: ຫສນຍ
ກນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ຄະນະລັດຖະບານຊຸດທີ X ນີ້ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າຢ່າງເປັນຮູບປະທໍາ;ແກ້ໄຂບັນຫາໜີ້ສິນສາທາລະນະໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາແຕ່ນີ້ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃຫ້ໄດ້ຫຼາຍ. ກວດກາຄືນທັງໝົດບັນດາໂຄງການລົງທຶນຂອງພາຍໃນ ແລະ ຕ່າງປະເທດທີ່ອະນຸມັດໄປແລ້ວໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ;
ສືບຕໍ່ປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.
ທີ່ມາແຫຼ່ງຂ່າວ: ຫສນຍ

